ຂ່າວດີ ນໍ້າມັນເຊື້ອໄຟ ປັບລົງລາຄາແລ້ວເດີ້ !

2022

ຖືເປັນຂ່າວດີ ສໍາລັບເລື່ອງຂອງນໍ້າມັນ ທີ່ມີການປັບລາຄາລົງແລ້ວ ຫຼັງຈາກມີການປັບຂຶ້ນລາຄາມາ 7 ຄັ້ງໃນປີ 2022 ຫຼ້າສຸດ ທາງກະຊວງອຸດສາຫະກໍາ ແລະ ການຄ້າ ກໍໄດ້ອອກແຈ້ງການສະບັບເລກທີ 0344/ອຄ. ນະຄອນຫຼວງວຽງຈັນ ລົງວັນທີ 23 ມີນາ 2022


ແຈ້ງມາຍັງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ້ສ ບັນດາບໍລິສັດ ນໍ້າມັນເຊື້້ອໄຟ ໃຫ້ປະຕິບັດລາຄາຂາຍຍ່ອຍໃໝ່ ໃນເຂດເທດສະບານແຂວງ, ນະຄອນຫຼວງວຽງຈັນ ວ່າໃຫ້ປັບລົງລາຄານໍ້າມັນເຊື້້ອໄຟ ຕາມນີ້

ລາຄາໃຫມ່ນີ້ ໃຫ້ເລີ່ມປະຕິບັດ ວັນທີ 24 ມີນາ 2022; ເວລາ 06 : 00 ໂມງ ໃນຂອບເຂດທົ່ວປະເທດ.
ການປັບລາຄານ້ໍາມັນເຊື້ອໄຟ ດັ່ງນີ້ ແມ່ນໄດ້ປັບລົງລາຄາຂາຍຍ່ອຍນ້ໍາມັນເຊື້ອໄຟ ທຸກຊະນິດ ຄື: ນ້ໍາມັນແອັດຊັງພິເສດ ປັບລົງ 650 ກີບ/ລິດ, ນໍ້າມັນແອັດຊັງທໍາມະດາ ປັບລົງ 540 ກີບ/ລິດ ແລະ ນ້ໍາມັນກາຊວນ ປັບລົງ 610 \ລິດ.


ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ
ສະບັບເລກທີ່ 023 4 /ກຕພນ, ລົງວັນທີ 9 2 ມີນາ 2012 ຈົນກວ່າຈະມີການປ່ຽນແປງ, ໃຫ້ບັນດາບໍລິສັດນ້ໍາມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງນໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ,

.
ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0301/ອດ, ລົງວັນທີ 18 ມີນາ 20224
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ.