ສະຫະພັນເທັນນິສແຫ່ງຊາດລາວ ລະດົມທຶນ 20 ລ້ານກີບ ຊ່ວຍປັບປຸງສະໜາມເທັນນິດ ຮພກ

110

ພິທີມອບ-ຮັບເງິນຈຳນວນ 20 ລ້ານກີບຈາກສະຫະພັນກີລາດັ່ງກ່າວ ໄດ້ມີຂຶ້ນ ໃນວັນທີ 21 ມີນາ ຜ່ານມາ ທີ່ສູນຝຶກກີລາແຫ່ງຊາດ ສະຖາບັນກີລາ-ກາຍະກຳ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປັນກຽດກ່າວມອບໂດຍ ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນກີລາເທັນນິດແຫ່ງຊາດລາວ ຕາງໜ້າຮັບແມ່ນ ທ່ານ ສູນທອນ ຄຳສານ ຮອງຜູ້ອໍານວຍການ ຮພກ ເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສິງຄຳ ນາລິນ ຮັກສາການຜູ້ອໍານວຍການ ສະຖາບັນກີລາ-ກາຍຍະກຳ ມີບັນດາຄະນະອໍານວຍການສະຖາບັນກີລາ-ກາຍຍະກຳ, ບັນດາຄະນະບໍລິຫານງານສະຖາບັນກີລາ-ກາຍຍະກຳ, ແຂກທີ່ກ່ຽວຂ້ອງ ແລະ ຄູຝຶກສອນກີລາເທັນນິດ ຮພກ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ສູນທອນ ຄຳສານ ກ່າວວ່າ: ປັດຈຸບັນ ຮພກ ພວກເຮົາໄດ້ສ້າງຫຼັກສູດການຮຽນການສອນກີລາເທັນນິດຂຶ້ນມາແລ້ວ ແຕ່ທີ່ຜ່ານມາຍ້ອນວ່າ ໄດ້ມີການຈັດຕັ້ງປະຕິບັດການຮຽນການສອນໃຫ້ແກ່ນ້ອງນັກຮຽນທາງດ້ານການປະຕິບັດຕົວຈິງ ໂດຍນຳໃຊ້ສະໜາມກີລາເທັນນິດ ແລະ ສະຖານທີ່ພາຍໃນສະຖາບັນກີລາ-ກາຍຍະກຳ ເປັນບ່ອນຝຶກແອບ ແລະ ນຳພານັກຮຽນກີລາເທັນນິດທີ່ມີປັດຈຸບັນ ຈຳນວນ 5 ຄົນ, ຍິງ 2 ຄົນ ໄປຝຶກຊ້ອມນອກຫຼັກສູດເປັນປົກກະຕິ ແລະ ຕໍ່ເນື່ອງ ເຫັນໄດ້.

ທ່ານກ່າວອີກວ່າ: “ ດັ່ງນັ້ນ ທາງສະຫະພັນເທັນນິດແຫ່ງຊາດລາວ ກໍໄດ້ປະກອບສ່ວນສົ່ງເສີມດ້ວຍການລະດົມທຶນຈາກນັກທຸລະກິດ ສາມາດໄດ້ເງິນຈຳນວນ 20 ລ້ານກີບ ແລະ ນຳມາມອບໃຫ້ແກ່ໂຮງຮຽນຂອງພວກເຮົາ ເພື່ອນຳໃຊ້ເຂົ້າໃນການປັບປຸງ ແລະ ກໍ່ສ້າງສະໜາມກີລາເທັນນິດປະຈຳຂອງໂຮງຮຽນໃຫ້ສຳເລັດສົມບູນ ຄາດວ່າໃນສົກຮຽນໜ້າຈະສາມາດນຳໃຊ້ສະໜາມກີລາດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດ ເວົ້າສະເພາະແລ້ວ ສະໜາມເທັນນິດແຫ່ງນີ້ ກໍຈະເປັນອີກແຫ່ງສຳຄັນໃນການຕອບສະໜອງຮັບເອົານັກກີລາເທັນນິດຮຸ່ນສືບທອດຂອງສະຫະພັນເທັນນິດແຫ່ງຊາດລາວ ເພື່ອພັດທະນາເຂົາເຈົ້າກາຍເປັນນັກກີລາເທັນນິດລະດັບຊາດ ກໍຄື ສາມາດກ້າວໄປຮັບໃຊ້ທີມຊາດໃນອະນາຄົດ ”.
ຂ່າວ-ຮູບ: ສົງການ ພັນແພງດີ, ຮຽບຮຽງ: ຫຼ້າ MKP