ຢູ 23 ລາວ ພົບ ມົງໂກລີ ແລງນີ້ທີ່ສະໜາມແຫ່ງຊາດຫຼັກ 16 ອະນຸຍາດແຟນບານເຂົ້າຊົມ 10 ພັນຄົນ

166

ການແຂ່ງຂັນບານເຕະລີກສູງສຸດຂອງ ສປປ ລາວ ອາທິດນີ້ ແມ່ນພັກ ເນື່ອງເຂົ້າສູ່ປະຕິທິນຂອງການແຂ່ງຂັນລາຍການທີມຊາດສໍາລັບ ໂດຍທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີແມ່ນໄດ້ເຊີນທີມຊາດມົງໂກລີ ແລະ ບຣູໄນ ມາແຂ່ງຂັນນັດອຸ່ນເຄື່ອງທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເພື່ອເປັນການທົດສອບທີມ ແລະ ກຽມຄວາມພ້ອມກ່ອນເຂົ້າຮ່ວມແຂ່ງຂັນໃນງານມະຫະກໍາກີລາຊີເກມ ຄັ້ງທີ 31 ທີ່ປະເທດຫວຽດນາມ ເປັນເຈົ້າພາບໃນເດືອນພຶດສະພາ 2022.

ແນ່ນອນແລງມື້ນີ້ວັນທີ 23 ມີນາ 2022 ເວລາ 18:00 ໂມງ ຢູ 23 ລາວ ຈະລົງສະໜາມນັດທໍາອິດພົບກັບ ບຣູໄນ ເຊິ່ງນັດນີ້ ສະຫະພັນບານເຕະແຫ່ງຊາດລາວ ອະນຸຍາດໃຫ້ເຂົາຊົມຟຣີ ກຳນົດຄົນເຂົ້າສະໜາມ 10.000 ຄົນ ເທົ່ານັ້ນ.

ກ່ອນໜ້ານີ້ໃນຕອນບ່າຍຂອງວັນທີ 22 ມິີນາ 2022 ໄດ້ມີພິທີຖະແຫຼງຂ່າວຄວາມພ້ອມກ່ອນແຂ່ງຂັນຜ່ານແອັບ ZOOM ເຊິ່ງ ທ່ານ Michael Weiss ຫົວໜ້າຄູຝຶກຂອງທີມຊາດລາວ ກ່າວວ່າ: ທີມຊາດລາວ ຊຸດນີ້ ແມ່ນຊຸດສືບຕໍ່ມາຈາກຢູ 23 ທີ່ຄວ້າອັນດັບ 3 ໃນລາຍການຊີງແຊັມອາຊຽນ 2022 ທີ່ປະເທດກໍາປູເຈຍ. ດັ່ງນັ້ນ, ຈິ່ງຕ້ອງການທົດສອບໃນໄລຍະຂອງ ຟີຟາເດ ກ່ອນທີ່ ສະຫະພັນບານແຫ່ງຊາດລາວ ຈະເຊີນ 2 ທີມຊາດຂອງ ມົງໂກລີ ກັບ ບຣູໄນ ມາທົດສອບ ແນ່ນອນການທີ່ເລືອກ ມົງໂກລີ ມາທົດສອບແມ່ນຂ້ອຍເຄີຍຄຸມນີ້ມາກ່ອນ ແລະ ຈະເປັນບົດທົດສອບສໍາຄັນຂອງທີມຊາດລາວ ແລະ ຫວັງວ່ານັດແຂ່ງຂັນນັກເຕະຈະບໍ່ຕິດໂຄວິດ ລວມເຖິງຜົນການແຂ່ງຂັນຈະອອກມາດີ.

ພິເສດພາຍໜ້າສະໜາມທ່ານສາມາດຊື້ ເສື້ອທີມຊາດລາວ ຂອງແທ້ທີ່ອອກແບບໃໝ່ຈາກ ອີໂວ ສະຕໍຣ໌ ( EVO ) ທີ່ສະໜາມກີລາແຫ່ງຊາດຫຼັກ 16 ໃນມື້ແຂ່ງຂັນ ເຊິ່ງທາງ ອີໂວ ເປັນສູນຈໍາໜ່າຍເຄື່ອງກີລາ ແລະ ອຸປະກອນກີລາ ເຊິ່ງເປັນຜະລິດຕະພັນຂອງຄົນລາວ 100% ໄດ້ຮັບສິດຈາກ ສະຫະພັນບານເຕະແຫ່ງຊາດລາວ ໃຫ້ເປັນສ່ວນໜື່ງໃນການເປັນຜູ້ຜະລິດຊຸດແຂ່ງຂັນທີມຊາດລາວ ໃຫ້ກັບທີມຊາດລາວ ຢ່າງເປັນທາງການເມື່ອວັນທີ 22 ມີນາ 2022.

ສ່ວນນັດທີ 2 ຢູ 23 ລາວ ຈະລົງອຸ່ນເຄື່ອງພົບກັບ ທີມຊາດບຣູໄນ ໃນວັນທີ 27 ມີນາ 2022 ເວລາ 18:00 ໂມງແຂ່ງຂັນຢູ່ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເຊັ່ນດຽວກັນ.

ຂ່າວ: ຫຼ້າ MKP