ກຸ່ມບໍລິສັດ FLC ຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ

223

ວັນທີ 21 ມີນາ 2022 ບໍລິສັດ PTL Holding ຈຳກັດ ( ບໍລິສັດແມ່ຂອງ ກຸ່ມທຸລະກິດ ບໍລິສັດປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ) ຕາງໜ້າໂດຍ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ, ທ່ານ ສີລາ ວຽງແກ້ວ ຮອງປະທານກຳມາທິການບໍລິຫານການຄ້າ ບໍລິສັດ PTL Holding ຈຳກັດ, ທ່ານ ນາງ ມະໂນລາ ປະເສີດ ຮອງປະທານກຳມາທິການບໍລິຫານການພົວພັນລັດຖະບານບໍລິສັດ PTL Holding ຈຳກັດ, ທ່ານ ຄໍາເຜີຍ ແກ້ວກິນນາລີ ຮອງປະທານກໍາມະການ ຜູ້ຊີ້ນໍາວຽກງານພັດທະນາໂຄງການຕ່າງປະເທດ, ທ່ານ ຕີ ຊີ ເຊັງ ຮອງປະທານ ບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ ແລະ ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການໃຫຍ່ ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໄດ້ຕ້ອນຮັບຄະນະກຸ່ມບໍລິສັດ FLC GROUP ນຳໂດຍ ທ່ານ ນາງ ເຮືອງ ເຈີ່ນ ກຽວ ຢຸງ ຮອງປະທານປະຈຳການກຸ່ມບໍລິສັດ FLC, ທ່ານ ເຈີ່ນ ເຖ ແອັງ ຮອງຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ FLC, ທ່ານ ຫງວຽນ ດຶກ ກົງ ປະທານສະພາບໍລິຫານ ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ FLC stone, ທ່ານ ນາງ ເຈີ່ນ ທິ ເຮືອງ ຜູ້ອຳນວຍການໃຫຍ່ ບໍລິສັດ ຫຸ້ນສ່ວນການລົງທຶນທຸລະກິດການພັດທະນາອະສັງຫາລິມະຊັບ FLC Homes, ທ່ານ ນາງ ມາຍ ດິ່ງ ຕວ່ານ ຮອງຜູ້ອຳນວຍການໃຫຍ່ Bamboo ແລະ ທ່ານ ຫງວຽນ ທຽນ ຟູຮອງຜູ້ອຳນວຍການໃຫຍ່ Faros ທີ່ມາຢ້ຽມຢາມດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ທີ່ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລືແລກປ່ຽນການຄ້າ ແລະ ການຮ່ວມມືລະຫວ່າງສອງກຸ່ມບໍລິສັດ.


ໂອກາດນີ້, ທ່ານ ຈັນທອນ ສິດທິໄຊ ໄດ້ກ່າວຕ້ອນຮັບຄະນະຜູ້ແທນ ກຸ່ມບໍລິສັດ FLC g- ເຊິ່ງໄດ້ແນະນຳໂດຍສັງເຂບກ່ຽວກັບປະຫວັດຂອງກຸ່ມທຸລະກິດ ກໍຄືບໍລິສັດ PTL Holding ຈຳກັດ ແລະ ໄດ້ນຳສະເໜີກ່ຽວກັບການພັດທະນາບັນດາໂຄງການພື້ນຖານໂຄງລ່າງຂອງບໍລິສັດ ກໍຄືໂຄງການ Laos Logistics Link ( LLL ) ເພື່ອປະກອບສ່ວນໃນການບັນລຸວິໄສທັດຂອງລັດຖະບານ ສປປ ລາວ ແລະ ຍຸດທະສາດການພັດທະນາປະເທດ ວ່າດ້ວຍການຫັນປ່ຽນ ສປປ ລາວ ຈາກການເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ( landlocked ) ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດທາງບົກ ( land-linked ) ເຊິ່ງກຸ່ມທຸລະກິດຂອງ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ແມ່ນໄດ້ຮັບກຽດ ແລະ ຄວາມໄວ້ວາງໃຈຈາກລັດຖະບານໃນການພັດທະນາບັນດາໂຄງການພື້ນຖານໂຄງລ່າງທາງຍຸດທະສາດທີ່ສຳຄັນ ຮ່ວມກັບລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ເຊິ່ງປະກອບມີບັນດາໂຄງການດັ່ງນີ້ຄື: ໂຄງການທ່າເຮືອຫວຸ້ງອ່າງ ( ທ່າເຮືອສາກົນ ລາວ – ຫວຽດນາມ ), ໂຄງການເສັ້ນທາງລົດໄຟ ລາວ – ຫວຽດນາມ, ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນບົວລະພາ ແລະ ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ.

ໃນການຢ້ຽມຢາມຄັ້ງນີ້, ສອງກຸ່ມບໍລິສັດ ແມ່ນໄດ້ປຶກສາຫາລືບັນດາເງື່ອນໄຂຕ່າງໆໃນການຮ່ວມມື ໂຄງການລົດໄຟ ລາວ – ຫວຽດນາມໃນສ່ວນແຕ່ຊາຍແດນ ລາວ – ຫວຽດນາມ ຫາທ່າເຮືອຫວຸ້ງອ່າງ ເພື່ອເພີ່ມທະວີການຮ່ວມມືທາງດ້ານທຸລະກິດ ລະຫວ່າງ ສອງຝ່າຍ ລາວ – ຫວຽດນາມ ແນໃສ່ການສ້າງຜົນປະໂຫຍດສູງສຸດທາງດ້ານເສດຖະກິດ – ສັງຄົມ ໃຫ້ແກ່ສອງປະເທດ ແລະ ເພື່ອປະກອບສ່ວນເສີມຂະຫຍາຍສາຍພົວພັນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ – ຫວຽດນາມ ທີ່ມີມາແຕ່ດົນນານຈົ່ງນັບມື້ແໜ້ນແຟ້ນ ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກຍິ່ງໆຂຶ້ນ.

ທ່ານ ນາງ ເຮືອງ ເຈີ່ນ ກຽວ ຢຸງ ກ່າວວ່າ: ຂ້າພະເຈົ້າຂອບໃຈມາຍັງຄະນະນໍາບໍລິສັດ PTL Holding ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນຄັ້ງນີ້ ສະແດງຄວາມຍິນດີຕໍ່ການພັດທະນາຂອງບໍລິສັດ PTL Holding ພວກເຮົາເຫັນວ່າມີຫຼາຍຂົງເຂດທີ່ກຸ່ມບໍລິສັດ PTL Holding ແລະ ກຸ່ມບໍລິສັດ FLC ສາມາດຮ່ວມມືກັນໄດ້ໃນເວລາທີ່ຈະມາເຖິງ ສ່ວນກຸ່ມບໍລິສັດ FLC ໄດ້ຜ່ານ 20 ປີແຫ່ງການພັດທະນາ ແລະ ປະກອບມີ 20 ບໍລິສັດທີ່ເປັນສະມາຊິກ ເປັນໜຶ່ງໃນບັນດາກຸ່ມບໍລິສັດທີ່ມີການເຄື່ອນໄຫວດໍາເນີນທຸລະກິດມີປະສິດທິພາບ ແລະ ປະສິດທິຜົນທີ່ສຸດໃນຫວຽດນາມ ເຊິ່ງທຸລະກິດຂົງເຂດຫຼັກມີການທ່ອງທ່ຽວ, ອະສັງຫາລິມະຊັບ ແລະ ສາຍການບິນ, ນອກນັ້ນຍັງເປັນວິສາຫະກິດໃຫຍ່ທີ່ລົງທຶນໃນກ໊ອຟ, ກໍ່ສ້າງ, ບໍ່ແຮ່, ສາທາລະນະສຸກ, ສຶກສາ ແລະ ໃນເວລາທີ່ຈະມາເຖິງ ລັດຖະບານໄດ້ອະນຸຍາດໃຫ້ສ້າງຕັ້ງບໍລິສັດນໍ້າມັນຂອງສາຍການບິນໃນຂົງເຂດການທ່ອງທ່ຽວ, ການພັກຜ່ອນ ແລະ ອະສັງຫາລິມະຊັບກຳລັງລົງທຶນພັດທະນາໂຄງການຫຼາຍກວ່າ 400 ໂຄງການ ຢູ່ຫຼາຍແຂວງຫຼາຍນະຄອນຢູ່ຕາມຊາຍແດນຕິດກັນລະຫວ່າງ ລາວ – ຫວຽດນາມ ແລະ ຫຼັງຈາກທີ່ໄດ້ມາເຮັດວຽກກັບ ທ່ານ ຈັນທອນ ສິດທິໄຊ ໂດຍສະເພາະວຽກການສ້າງເສັ້ນທາງລົດໄຟ ລາວ – ຫວຽດນາມ ຈາກດ່ານສາກົນຈະລໍ ຫາ ທ່າເຮືອຫວຸ້ງອ່າງ ພວກເຮົາສາມາດຮ່ວມມືການຂົນສົ່ງສິນຄ້າ ແລະ ຊຸກຍູ້ການທ່ອງທ່ຽວສອງຝ່າຍ ໂດຍສະເພາະເສັ້ນທາງລົດໄຟເສັ້ນນີ້ໄດ້ຜ່ານແຂວງກວາງບິ່ງ ແຂວງຮ່າຕິ່ງ ເຊິ່ງສອງແຂວງນີ້ເປັນສອງແຂວງທີ່ກຸ່ມບໍລິສັດ FLC ລົງທຶນຫຼາຍພັນເຮັກຕາ ນອກຈາກເຮັດວຽກກັບຝ່າຍລັດຖະບານແລ້ວຍັງໄດ້ເຮັດວຽກກັບອຳນາດການປົກຄອງທ້ອງຖິ່ນ ແລະ ກໍໄດ້ຮັບການສະໜັບສະໜູນ ພວກເຮົາເຊື່ອໝັ້ນວ່າການຮ່ວມມືສອງຝ່າຍຄັ້ງນີ້ຈະສຳເລັດທີ່ຈະມາເຖິງນີ້.

ການປຶກສາຫາລືກັນຄັ້ງນີ້ ສອງຝ່າຍໄດ້ຮັບຊົມວິດີໂອການເຄື່ອນໄຫວທຸລະກິດ ແລະ ທ່າແຮງຂອງສອງບໍລິສັດ ພ້ອມທັງປະກອບຄຳຄິດເຫັນແລກປ່ຽນການຮ່ວມມືເຊິ່ງກັນ ແລະ ກັນ ກ່ຽວກັບໂຄງການທາງລົດໄຟ ລາວ – ຫວຽດນາມ ໂດຍລວມແລ້ວຝ່າຍລາວແມ່ນມີຄວາມພ້ອມສ້າງທາງລົດໄຟ ລາວ – ຫວຽດນາມ ເບື້ອງຊາຍແດນລາວມາຮອດເມືອງທ່າແຂກ ແຂວງຄຳມ່ວນ, ສປປ ລາວ ເຊິ່ງປັດຈຸບັນໄດ້ສຶກສາຄວາມເປັນໄປໄດ້ ແລະ ອອກແບບລະອຽດແລວທາງ ແລະ ສິ່ງແວດລ້ອມ ພ້ອມທັງການຊົດເຊີຍເວນຄືນຜົນກະທົບ ເຊິ່ງຮອດປັດຈຸບັນຄວາມພ້ອມຂອງຝ່າຍລາວແມ່ນສູງ ຄາດວ່າຈະລົງມືຈັດຕັ້ງປະຕິບັດທ້າຍປີ 2022. ສ່ວນການຮ່ວມມືກັບຝ່າຍຫວຽດນາມ ແມ່ນແຕ່ດ່ານຈະລໍ ຫາ ທ່າເຮືອຫວຸ້ງອ່າງ ຄາດວ່າຈະໄດ້ເລີ່ມຈັດຕັ້ງປະຕິບັດປີ 2023.
ພາຍຫຼັງສຳເລັດການປຶກສາຫາລືໃນເບື້ອງຕົ້ນ ຍັງໄດ້ນຳພາຄະນະຜູ້ແທນໄປຢ້ຽມຊົມການພັດທະນາພື້ນຖານໂຄງລ່າງ ແລະ ຈຸດບໍລິການຕ່າງໆຂອງໂຄງການດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນຕື່ມອີກ.