ອັດຕາເງິນເຟີ້ເດືອນກຸມພາ ເພີ່ມຂຶ້ນ 7,3% ຈາກປັດໄຈຍູ້ຂອງໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 15,6%ແລະ ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 9,5%

193

ອັດຕາເງິນເຟີ້ປະຈຳເດືອນກຸມພາ 2022 ເພີ່ມຂຶ້ນ 7,3% ທຽບໃສ່ເດືອນດຽວກັນປີຜ່ານມາ ໂດຍໝວດທີ່ມີການເໜັງຕີຫຼາຍກວ່າໝູ່ ແມ່ນຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນເຖິງ 15,6% ແລະ ໝວດສິນຄ້າ, ບໍລິການອື່ນໆ ເພີ່ມຂຶ້ນ 9,5%.


ອີງຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນກຸມພາ 2022 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ສະພາບລວມຂອງອັດຕາເງິນເຟີ້ປະຈຳເດືອນກຸມພາ 2022 ທຽບກັບເດືອນດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 7,3% ເນື່ອງຈາກການເໜັງຕີງເພີ່ມຂຶ້ນຂອງໝວດສິນຄ້າຕົ້ນຕໍຄື: ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 15,6%; ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 9,5%; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 9,4%; ໝວດຮ້ານອາຫານແລະ ໂຮງແຮມ ເພີ່ມຂຶ້ນ 8,6%; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 6,6%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 6,3%; ໝວດທີ່ພັກອາໄສ, ນ້ຳປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 6,3%; ໝວດອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 5,5%; ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 5,0%.


ໃນນີ້, ສະພາບການປ່ຽນແປງດັດຊະນີ ເດືອນຕໍ່ເດືອນມີດັ່ງນີ້: ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 2,0%, ຮອງລົງມາແມ່ນໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 0,9%, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 0,9%, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບເພີ່ມຂຶ້ນ 0,8%, ໝວດອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 0,4%, ໝວດບັນເທີງ ແລະ ການພັກຜ່ອນເພີ່ມຂຶ້ນ 0,4%, ຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 0,4%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 0,4%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 0,3%.

ທັງນີ້, ສາເຫດ ແລະ ປັດໄຈຕົ້ນຕໍ່ ທີ່ສົ່ງຜົນກະທົບຕໍ່ສະພາບລາຄາສິນຄ້າ-ບໍລິການ ແລະ ອັດຕາເງິນເຟີ້ຂອງປະເທດມີຄື: 1) ມາຈາກສະພາບເສດຖະກິດໃນທົ່ວໂລກໄດ້ຮັບຜົນກະທົບຈາກໂຄວິດ-19 ແລະສະພາບຄວາມບໍ່ສະຫງົບທາງດ້ານການເມືອງ ສົ່ງຜົນໃຫ້ລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ ແລະ ພາຍໃນປະເທດປັບໂຕສູງຂຶ້ນ ເຊິ່ງເປັນການເພີ່ມຂຶ້ນສູງກວ່າໃນຮອບຫຼາຍປີທີ່ຜ່ານມາ, ສົ່ງຜົນກະທົບໂດຍກົງຕໍ່ຂອດສິນຄ້າຄົມມະນາຄົມ ແລະ ກະທົບທາງອ້ອມໃນໝວດສິນຄ້າປະເພດອື່ນໆ ແລະ 2)ປັດໄຈການຜະລິດສ່ວນໃຫຍ່ ແມ່ນນຳເຂົ້າຈາກຕ່າງປະເທດ.

ສະນັ້ນ, ອັດຕາແລກປ່ຽນຈຶ່ງເປັນບົດບາດສຳຄັນໃນການກຳນົດລາຄາສິນຄ້າ ແລະ ບໍລິການ, ລວມທັງສິນຄ້າອຸປະໂພກບໍລິໂພກອື່ນໆ ຊຶ່ງສະແດງອອກໃນດັດຊະນີພື້ນຖານ ຊຶ່ງຈັດເປັນປະເພດສິນຄ້າ ແລະ ບໍລິການທີ່ມີຄວາມສະຖຽນທາງດ້ານລາຄາທີ່ສຸດ ກໍມີທ່າອ່ຽງເພີ່ມສູງຂຶ້ນ.