ລາຄາຄຳຮູບປະພັນ ວັນທີ 22 ມີນາ ປັບຂຶ້ນໃກ້ຈຸລະດັບ13 ລ້ານກີບຕໍ່1 ບາດແລ້ວ

222

ລາຄາຄຳຮູບປະພັນຢູ່ນະຄອນຫຼວງວຽງຈັນ ວັນທີ 22 ມີນາ 2022 ປັບຂຶ້ນຢ່າງແຮງ ໂດຍລາຄາຄຳຈາກຮ້ານຄຳພູວົງຂາຍອອກໃຫ້ຈຸລະດັບ13ລ້ານກີບຕໍ່1ບາດແລ້ວ ຈາກການປັບລາຄາຄັ້ງຫຼ້າສຸດໃນເວລາ13:40ໂມງ.

ໃນວັນທີ 22 ມີນາ 2022 ຮ້ານຄຳພູວົງເປີດຕະຫຼາດຂາຍອອກທີ່ 12.449.000ກີບຕໍ່1ບາດ(ເວລາ9:40ໂມງ); ຈາກນັ້ນກໍມີການປັບຂຶ້ນອີກຄັ້ງໃນເວລາ 10:30ໂມງ ມາຢູ່ທີ 12.609.000ກີບຕໍ່1ບາດ ກ່ອນທີ່ຈະປັບຂຶ້ນອີກຄັ້ງໃນເວລາ11:35ໂມງ ມາຢູ່ທີ12.769.000ກີບຕໍ່1ບາດ.

ຈາກນັ້ນມາປັບລາຄາຂຶ້ນອີກຄັ້ງໃນເວລາ13:40ໂມງ ມາຢູ່ທີ12.929.000ກີບຕໍ່1ບາດ ຫລື ປັບຂຶ້ນເຖິງ480.000ກີບຕໍ່1ບາດ ພາຍໃນເວລາພຽງ 4ຊົ່ວໂມງ.