ອຸບັດຕິເຫດທີ່ເກີດຂຶ້ນກັບຖ້ຽບບິນ MU5735 ຂອງບໍລິສັດ CHINA EASTERN ເຊິ່ງ ໄດ້ຂາດການຕິດຕໍ່ກັບພາກພື້ນດິນຢູ່ເທິງອາກາດຂອງນະຄອນອູໂຈ່ວເຂດກວາງຊີຈີນ ແລະ ຕົກລົງເຂດພູດອຍ ໃນເວລາປະຕິບັດໜ້າທີ່ການບິນຈາກຄຸນມິງ-ກວາງໂຈ່ວ ໃນເວລາ 14 ໂມງ 38 ນາທີຂອງວັນທີ 21 ມີນານີ້ ແມ່ນມີຫຼາຍພາກສ່ວນໄດ້ໃຫ້ຄວາມເອົາໃຈໃສ່ໃນການຄົ້ນຫາ ບໍ່ວ່າພາກລັດຖະບານ, ກູ້ໄພ ແລະທີ່ຂາດບໍ່ໄດ້ແມ່ນບໍລິສັດຂອງສາຍການບິນດັ່ງກ່າວ.
ຕາມລາຍງານຂ່າວວັນທີ 21 ມີນານີ້, ກຸ່ມບໍລິສັດການບິນ CHINA EASTERN ແຈ້ງໃຫ້ຮູ້ວ່າ: ບໍລິສັດການບິນ CHINA EASTERN ໄດ້ເລີ່ມປະຕິບັດກົນໄກຮັບມືສຸກເສີນ ໂດຍໄດ້ແຕ່ງຕັ້ງ 9 ໜ່ວຍງານສະເພາະ ເຊັ່ນໜ່ວຍຈັດການຊາກເຮືອບິນ, ໜ່ວຍສືບສວນຫາສາເຫດອຸບັດເຫດ, ໜ່ວຍຊ່ວຍເຫຼືອຄອບຄົວຜູ້ໂດຍສານ, ໜ່ວຍວຽກງານພະລາທິການ, ໜ່ວຍສະໜັບສະໜູນດ້ານກົດໝາຍ, ໜ່ວຍວຽກງານປະຊາສຳພັນ, ໜ່ວຍຮັບປະກັນຄວາມປອດໄພ, ໜ່ວຍປະກັນໄພ ແລະໜ່ວຍຈັດການເຄື່ອງຜູ້ໂດຍສານ ແລະອື່ນໆ. ເວລາ 18 ໂມງຂອງວັນທີ 21 ມີນານີ້, ໜ່ວຍງານດັ່ງກ່າວໄດ້ຂີ່ເຮືອບິນໄປສະຖານທີ່ເກີດອຸບັດເຫດໃນທັນທີ.
ນອກນີ້, ບໍລິສັດການບິນ CHINA EASTERN ຍັງໄດ້ເປີດໂທສະສັບສາຍດ່ວນ ສຳລັບການຊ່ວຍເຫຼືອຄອບຄົວຜູ້ໂດຍສານ.
ວັນທີ 21 ມີນານີ້, ຍົນໂບອີງ 737 ລຳໜຶ່ງຂອງບໍລິສັດການບິນ CHINA EASTERN ໄດ້ຂາດການຕິດຕໍ່ກັບສູນຄວບຄຸມທາງອາກາດຢູ່ພາກພື້ນດິນ ໃນເວລາບິນໄປເຖິງກາງອາກາດຂອງນະຄອນອູໂຈ່ວ ເຂດກວາງຊີຈີນ ແລະຕົກລົງເຂດພູດອຍ ໃນເວລາປະຕິບັດໜ້າທີ່ການບິນຈາກຄຸນໝີງ-ກວາງໂຈ່ວ.
ຂ່າວລາຍງານອີກວ່າ: ພາຍຫຼັງເກີດເຫດເຮືອບິນຕົກແລ້ວ, ກຳລັງຊ່ວຍເຫຼືອຝ່າຍຕ່າງໆໄດ້ຈັດຕັ້ງປະຕິບັດການກູ້ໄພຢ່າງວ່ອງໄວ. ນັກຂ່າວ CMG ໄດ້ຮູ້ຂ່າວຈາກສະຖານທີ່ເກີດເຫດວ່າ: ໃນການກູ້ໄພກັບທີ່ໄດ້ພົບເຫັນຊາກຂອງເຮືອບິນແລ້ວ, ແຕ່ຍັງບໍ່ທັນຄົ້ນພົບຜູ້ໂດຍສານທີ່ປະສົບເຫດຢູ່ໃນເຮືອບິນ. ຢູ່ບໍລິເວນຂອງສະຖານທີ່ເກີດເຫດໄດ້ຈັດຕັ້ງສະຖານີໂທລະຄົມເຄື່ອນທີ່ດ້ວຍເຮືອບິນແບບບໍ່ມີຄົນຂັບ ທີ່ສາມາດບິນຢູ່ເທິງອາກາດທີ່ສູງກວ່າລະດັບໜ້າດິນ 200 ແມັດ ແລະ ປະຈຳການໄດ້ຕະຫຼອດ 24 ຊົ່ວໂມງ.