ກຽມຈັດງານບຸນກະລໍ່າປີ ຄັ້ງທຳອິດໃນປະເທດລາວ ລະຫວ່າງ 26 – 27 ມີນານີ້ ທີ່ເທສະບານເມືອງວັງວຽງ

92

ອົງການປົກຄອງເມືອງວັງວຽງ ແຂວງວຽງຈັນ ຮ່ວມກັບກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄືອຂ່າຍກະສິກຳ ຫຼື CLEAN Project ຈະຈັດງານບຸນກະລໍ່າປີ ພາຍໃນເທສະບານເມືອງວັງວຽງ ໃນລະຫວ່າງວັນທີ 26 – 27 ມີນາ 2022 ເຊິ່ງຖືເປັນຄັ້ງທໍາອິດທີ່ຈັດບຸນກະລໍ່າປີໃຫຍ່ແບບນີ້ຢູ່ ສປປ ລາວ.

ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ໃຫ້ສໍາພາດ ເມື່ອບໍ່ດົນມານີ້ວ່າ: ການຈັດງານຄັ້ງນີ້ເພື່ອແນໃສ່ຊຸກຍູ້ສົ່ງເສີມການປູກກະລໍ່າປີທີ່ມີຄຸນນະພາບ ແລະ ເພື່ອສ້າງລາຍຮັບໃຫ້ປະຊາຊົນນັບມື້ຫຼາຍຂຶ້ນ ເພາະກະລໍ່າປີ ສາມາດນໍາໄປປຸງແຕ່ງອາຫານໄດ້ຫຼາຍຊະນິດ, ພ້ອມນີ້ຍັງເປັນການສ້າງເງື່ອນໄຂໃຫ້ມີການຈັບຄູ່ທຸລະກິດລະຫວ່າງຜູ້ຜະລິດ ແລະ ຜູ້ຊື້ ເພື່ອຮັບປະກັນລາຄາຂອງຜົນຜະລິດ. ພາຍໃນງານດັ່ງກ່າວຈະມີຫຼາຍກິດຈະກໍາ ເປັນຕົ້ນ: ການແຫ່ຂະບວນກະລໍ່າປີໄປຕາມເທສະບານເມືອງວັງວຽງ, ຮວບຮວມບັນດາສິນຄ້າກະສິກໍາພາຍໃນເມືອງມາວາງສະແດງ, ຈັດການເສວະນາໃຫ້ຄວາມຮູ້ກ່ຽວກັບກະລໍ່າປີຈາກວິຊາການທີ່ກ່ຽວຂ້ອງ. ນອກຈາກນີ້, ຍັງເປັນການຮວບຮວມຜະລິດຕະພັນ ແລະ ອາຫານທີ່ຜະລິດຈາກກະລໍ່າປີຫຼາຍຊະນິດ, ຈັດການແຂ່ງຂັນກະລໍ່າຫົວໃຫຍ່, ການສະແດງພື້ນເມືອງ ແລະ ດົນຕີຈາກໄວໜຸ່ມລາວ, ຈັດການຖາມ – ຕອບ ຄວາມຮູ້ທົ່ວໄປ ຊີງລາງວັນ ເພື່ອສ້າງບັນຍາກາດພາຍໃນງານໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ກິດຈະກໍາອື່ນໆ.

ທ່ານເຈົ້າເມືອງວັງວຽງ ໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນມານີ້ໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄືອຂ່າຍກະສິກຳ ໄດ້ມອບໃບຢັ້ງຢືນການຜະລິດກະສິກຳທີ່ດີ ( GAP ) ໃຫ້ຊາວກະສິກອນຈໍານວນໜຶ່ງຢູ່ 2 ບ້ານຂອງເມືອງວັງວຽງ ຄື: ບ້ານຜາຕັ້ງ ແລະ ບ້ານນາຜາແດງ ເຊິ່ງເຫັນວ່າໂຄງການດັ່ງກ່າວໄດ້ປະກອບສ່ວນສໍາຄັນໃນການຊ່ວຍຊຸກຍູ້ສົ່ງເສີມການຜະລິດກະສິກໍາຂອງປະຊາຊົນພາຍໃນເມືອງ ກໍຄືບັນດາບ້ານເປົ້າໝາຍຂອງໂຄງການ ເພາະເປັນການຜະລິດກະສິກໍາທີ່ດີ, ທັງມີຕະຫຼາດຮອງຮັບ ໂດຍສະເພາະແມ່ນບໍລິສັດວຽງຈັນຟູດ ທີ່ຮັບຊື້ຜົນຜະລິດນໍາປະຊາຊົນ ເຊິ່ງເປັນການຄໍ້າປະກັນດ້ານລາຄາ ເພາະໄລຍະຜ່ານມາ ເຖິງວ່າຂະບວນການປູກພືດຢູ່ເມືອງວັງວຽງ ພົ້ນເດັ່ນສົມຄວນ ແຕ່ການຜະລິດຂອງປະຊາຊົນຍັງເຮັດແບບຕ່າງຝ່າຍຕ່າງເຮັດ ແລະ ມີການແຂ່ງຂັນກັນດ້ານລາຄາ.

ພ້ອມນີ້, ທ່ານໄດ້ຊວນເຊີນນັກທ່ອງທ່ຽວທຸກຄົນຈົ່ງຫາໂອກາດໄປທ່ຽວຊົມງານບຸນກະລໍ່າປີຄັ້ງປະຫວັດສາດຂອງລາວທີ່ຈະຈັດຂຶ້ນຢູ່ເມືອງວັງວຽງໃນຄັ້ງນີ້ ເພາະນອກຈາກຈະໄດ້ເຫັນຂະບວນການຜະລິດກະລໍ່າປີ ກໍຄືພືດຊະນິດຕ່າງໆຢູ່ເມືອງວັງວຽງ ທີ່ນັບມື້ຂະຫຍາຍຕົວ ຍັງຈະໄດ້ຮຽນຮູ້ຫຼາຍຢ່າງກ່ຽວກັບການປູກ ແລະ ຄຸນປະໂຫຍດຂອງກະລໍ່າປີຕື່ມອີກ.

ສໍາລັບໂຄງການສ້າງ ຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄືອຂ່າຍກະສິກຳ ຫຼື CLEAN Project ເປັນໂຄງການໜຶ່ງທີ່ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກກະຊວງກະສິກຳຂອງປະເທດສະຫະລັດອາເມຣິກາ ( USDA ) ໂດຍໄດ້ໃຫ້ອົງການວິນຣ໋ອກ ສາກົນ ( Winrock International ) ເປັນຜູ້ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ຮ່ວມກັບ ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ຂອງລາວ ເພື່ອຍົກສະມັດຖະພາບການຜະລິດ ໂດຍການຝຶກອົບຮົມໃຫ້ຊາວກະສິກອນໃນຮູບແບບການຜະລິດກະສິກຳ, ສ້າງ ຄວາມເຂັ້ມແຂງໃຫ້ວຽກງານປ້ອງກັນພືດ, ກັກກັນພືດ ແລະ ອື່ນໆ ໂດຍຈັດຕັ້ງປະຕິບັດໂຄງການ ຢູ່ 5 ແຂວງຂອງລາວ ຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຈຳປາສັກ, ສາລະວັນ ແລະ ເຊກອງ. ໃນນີ້, ສະເພາະຢູ່ແຂວງວຽງຈັນ ຈັດຕັ້ງປະຕິບັດຢູ່ 2 ເມືອງ ຄື: ເມືອງວັງວຽງ ແລະ ເມືອງກາສີ.