ຈີນ ເລັ່ງຕິດຕັ້ງສະຖານີສາກລົດໄຟຟ້າເພີ່ມອີກ 20.000 ຈຸດ ໃນມົນທົນໄຫຫຼໍາ

109

ສຳນັກຂ່າວຊິນຮວາລາຍງານວ່າ ແຂວງໄຫຫຼໍາ ( ແຂວງໄຫໜານ ) ເຊິ່ງຕັ້ງຢູ່ທາງຕາເວັນອອກສ່ຽງໃຕ້ຂອງຈີນ ປະກາດຈະເລັ່ງກໍ່ສ້າງ ແລະ ຕິດຕັ້ງສະຖານີສາກລົດໄຟຟ້າແຫ່ງໃໝ່ ເພີ່ມຕື່ມອີກ 20.000 ຈຸດໃນປີນີ້ ເພື່ອສົ່ງເສີມການນຳໃຊ້ລົດພະລັງງານສະອາດ.

ສຳນັກງານຄະນະກຳມະການພັດທະນາ ແລະ ປະຕິຮູບແຂວງໄຫຫຼໍາ ເປີດເຜີຍວ່າ: ຮອດທ້າຍປີນີ້ແຕ່ລະເມືອງທົ່ວແຂວງ ຈະຕ້ອງມີສະຖານີສາກລົດໄຟຟ້າເພີ່ມຂຶ້ນ ຢ່າງໜ້ອຍ 30% ຫຼື ບໍ່ຕ່ຳກວ່າ 5 ຈຸດຕໍ່ເມືອງ.

ແຂວງໄຫຫຼໍາ ຈະເລັ່ງສ້າງສະຖານີສາກໄຟຟ້າໃນພື້ນທີ່ຊົນນະບົດ ແລະ ເຂດຊຸມຊົນຕ່າງໆ ພ້ອມທັງສ້າງສູນບໍລິການຢູ່ຕາມແຄມທາງຫຼວງ. ທັງນີ້, ແຂວງໄຫຫຼໍາ ປະກາດວ່າຈະຫຼຸດຜ່ອນການນຳໃຊ້ລົດທີ່ໃຊ້ນ້ຳມັນເຊື້ອໄຟລົງ ແລ້ວຫັນມານຳໃຊ້ລົດໄຟຟ້າແທນໃຫ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້.