ພາຊົມຄວາມງາມຂອງ 3 ສາວ ແຫ່ງເວທີMiss Universe Laos ໃນງານມອບລາງວັນທຸລະກິດໜຸ່ມດີເດັ່ນ ປະຈໍາປີ 2021

151

ພາສ່ອງ ແລະ ຊື່ນຊົມ ຄວາມງົດງາມແບບສະບັບຂອງສາວລາວ ທີ່ດີກີຄວາມງາມຄວ້າໄດ້ຕໍາແໜ່ງຈາກເວທີ Miss Universe Laos ມາແລ້ວ ເຊິ່ງແຕ່ລະຄົນມາໃນຊຸດຜ້າໄໝແສນສວຍງາມ ທີ່ເປັນວັດທະນະທໍາການນຸ່ງຖືຂອງລາວເຮົາ ໃນງານ ມອບລາງວັນທຸລະກິດໜຸ່ມດີເດັ່ນ ປະຈໍາປີ 2021 ເຊິ່ງມື້ນີ້ຂ່າວບັນເທີງກໍຈະນໍາທ່ານຜູ້ອ່ານແຟນໆວົງການບັນເທີງທັງຫຼາຍໄປຊົມ ຄວາມງາມຂອງສາມສາວດ້ວຍກັນ.

ເປັນພາບທີ່ແສນປະທັບໃຈ ແລະ ງົດງາມທີ່ສຸດມາໃຫ້ໄດ້ຊົມກັນສໍາລັບສາມສາວ ນຸ້ຍ ສຸພາພອນ ສົມວິຈິດ, ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ ແລະ ກີ້ ມະນີດາ ແໜ້ນຮວງມາລາ ສາມສາວງາມກັບຕໍາແໜ່ງຄວາມສາມາດ ແລະ ຄວາມງົດງາມຂອງທັງສາມຄົນ ໃນງານມອບລາງວັນທຸລະກິດດີເດັ່ນປະຈໍາປີ 2021 ທັງສາມຄົນກໍໄດ້ເຂົ້າຮ່ວມ ແລະ ທັງເປັນການສະແດງຄວາມຍິນດີນໍາປະທານກອງປະກວດຄົນເກັ່ງ ກໍຄືເອື້ອຍແພນ ເພັດພະໄທ ຈິວເວີລີ້ ທີ່ໄດ້ຮັບລາງວັນໃນເທື່ອນີ້ນັ້ນເອງ ດ້ວຍຄວາມໂດດເດັ່ນ ແລະ ສະດຸດທຸກສາຍຕາຂອງທຸກຄົນທີ່ເຂົ້າຮ່ວມງານດັ່ງກ່າວເລີຍກໍວ່າໄດ້.

ແນະນໍາເລີຍ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ເປັນຜູ້ດໍາລົງຕໍາແໜ່ງນາງງາມຈັກກະວານລາວຄົນທໍາອິດ ເຊິ່ງບໍ່ວ່າເວລາຈະຜ່ານໄປເທົ່າໃດ ຄວາມງາມ ແລະ ອໍລາຈັກກະວານກໍຍັງຄົງຢູ່ ແລະ ມີງານເຂົ້າເລື້ອຍໆໃຫ້ແຟນໄດ້ຊົມກັນຢ່າງບໍ່ຂາດສາຍເລີຍ.

ຕາມມາດ້ວຍ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ ເປັນແມ່ຍິງລາວສຸດແຂງແກ່ນ, ຄວາມສາມາດຄົບ ຄວ້າໄດ້ສອງມຸງກຸດຈາກເວທີໃຫຍ່ເລີຍ ນັ້ນກໍຄືເວທີ Miss World Laos 2017 ແລະ ຕໍາແໜ່ງທີ່ໄດ້ມາໃໝ່ໆໝາດນີ້ກໍຄື ຜູ້ດໍາລົງຕໍາແໜ່ງປັດຈຸບັນ Miss Universe Laos 2021 ນັ້ນເອງ ງາມເປະທຸກອົງສາຕ້ອງຍົກໃຫ້ສາວຄົນນີ້.

ອີກໜຶ່ງສາວທີ່ບໍ່ເວົ້າເຖິງບໍ່ໄດ້ກະແສດີຕັ້ງແຕ່ຕອນເຂົ້າຮ່ວມການປະກວດ ແລະ ມີແຟນໆເຊຍຢ່າງໜາແໜ້ນສາວຕາຄົມມີສະເໜ່ ແລະ ມີເອກະລັກເປັນຂອງຕົນເອງກໍຄືຄົນນີ້ ກີ້ ມະນິດາ ແໜ້ນຮວງມາລາ ຜູ້ສ້າງຕໍານານນາງຮອງເຖິງສອງເວທີ ກໍຄືເວທີ Miss Laos 2018 ໄດ້ຮອງອັນດັບສາມ ແລະ ເວທີ Miss Universe Laos 2021 ໄດ້ຕໍາແໜ່ງຮອງອັນດັບໜຶ່ງໄປຄອງນັ້ນເອງ.

ສໍາລັບໃນງານມອບລາງວັນທຸລະກິດໜຸ່ມດີເດັ່ນທີ່ທັງສາມສາວງາມໄດ້ໄປຮ່ວມກໍໂດດເດັ່ນ ແລະ ສ້າງສີສັນໄດ້ເປັນຢ່າງດີ ເຊິ່ງທຸກຄົນສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆຂອງທັງສາມຄົນໄດ້ເລີຍທີ່ເຟສບຸ໊ກສ່ວນຕົວ Tonkham Phonchanhueang , Manida Nenhouangmala ແລະ Nui souphaphone ນັ້ນເອງ.