ໄດ້ແລ້ວຜູ້ຊະນະການແຂ່ງຂັນສືມີແຮງງານ ສາຂາລົດຍົນ 2022 ທ້າວ ຈິດຕະພົງ ປັນຍານຸວົງ

801

ສຳລັບງານມະຫາກຳສົ່ງເສີມສືມີແຮງງານລາວ 2022 ທີ່ຈັດຂຶ້ນທີ່ວຽງຈັນເຊັນເຕີ ເຊິ່ງເລີ່ມຕັ້ງແຕ່ວັນທີ 16-20 ມີນາ 2022 ງານດັ່ງກ່າວ ແມ່ນມີຈຸດປະສົງຫຼັກສຳລັບໃຜທີ່ກຳລັງຊອກວຽກເຮັດງານທຳ ຫຼື ຜູ້ທີ່ກຳລັງວ່າງງານ, ຕ້ອງການຊອກຫາປະສົບການໃໝ່ໃຫ້ຕົນເອງ ກໍ່ຈະເປັນທາງເລືອກທີ່ດີ ເນື່ອງຈາກມີຫຼາຍບໍລິສັດ ຫຼາຍຕຳແໜ່ງຕ່າງໆທີ່ລໍຖ້າຢູ່.


ນອກຈາກເປັນການຈັດຫາແຮງງານທີ່ຈະບັນຈຸເຂົ້າໃນແຕ່ລະບໍລິສັດ ຫຼື ແຕ່ລະຕຳແໜ່ງງານ ພາຍໃນງານກໍ່ຈະມີຫຼາຍກິດຈະກຳ ໂດຍສະເພາະ ການແຂ່ງຂັນສີມືແຮງງານ ສາຂາລົດຍົນ ທີ່ຈະບໍ່ເວົ້າເຖິງກໍ່ຄືຈະບໍ່ໄດ້ ເພື່ອເປັນການຄັດຜູ້ທີ່ມີສືມີໃນສາຂາ ລົດຍົນ.
ສຳລັບການແຂ່ງຂັນສີມືແຮງງານ ສາຂາລົດຍົນແມ່ນຈັດຂຶ້ນໂດຍ ບໍລິສັດໂຄລາວ ເຊິ່ງວ່າໃນຮອບທຳອິດແມ່ນມີ 50 ຄົນເຂົ້າແຂ່ງຂັນ ແລະ ຄັດມາເຫຼືອ 16 ແລະ ໃນວັນທີ 18 ມີນາ ທີ່ຜ່ານມາ ແມ່ນມີການຄັດເຫຼືອພຽງ 10 ຄົນສຸດທ້າຍ ເພື່ອເຂົ້າຮອບຊິງຊະນະເລີດໃນວັນທີ 19 ມີນາ 2022.

.

ສຳລັບ 10 ຄົນສຸດທ້າຍທີ່ຜ່ານເຂົ້າມາ ກໍ່ລ້ວນແລ້ວແຕ່ເປັນຄົນທີ່ມີສືມືກັນທັງນັ້ນ ເຊິ່ງນ້ອງໆທັງ 10 ຄົນແມ່ນມາຈາກ ວິທະຍາໄລເຕັກນິກປາກປ່າສັກ ແລະ ວິທະຍາໄລ ລາວເຢຍລະມັນ. ເຊິ່ງຄະນະກຳມະການຕັດສິນແມ່ນມາຈາກທັງສອງສະຖາບັນ ແລະ ພະນັກງານໃນບໍລິສັດໂຄລາວເອງ.
ຜົນການຕັດສິນກໍ່ໄດ້ອອກມາແລ້ວແມ່ນ ທ້າວ ຈິດຕະພົງ ປັນຍານຸວົງ ໄດ້ຮັບລາງວັນຊະນະເລີດ ເຊິ່ງກໍ່ຈະໄດ້ຮັບໂລ້ລາງວັນ ແລະ ເງິນສົດມູນຄ່າ 3.000.000 ກີບ ພ້ອມໃບຢັ້ງຢືນຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ໂອກາດຮ່ວມເຮັດວຽກກັບກຸ່ມບໍລິສັດໂຄລາວ.


ລາງວັນທີ 2 ໄດ້ແກ່ທ້າວ ວິກກີ້ ວົງໄພໂລດ ເຊິ່ງໄດ້ຮັບລາງວັນ ໂລ້ລາງວັນ ແລະ ເງິນສົດມູນຄ່າ 2.000.000 ກີບພ້ອມໃບຢັ້ງຢືນຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ໂອກາດຮ່ວມເຮັດວຽກກັບກຸ່ມບໍລິສັດໂຄລາວ.
ລາງວັນທີ 3 ໄດ້ແກ່ທ້າວ ແຫວນເພັດ ພົມມະຈັນ ເຊິ່ງຈະໄດ້ຮັບໂລ້ລາງວັນ ແລະ ເງິນສົດມູນຄ່າ 1.000.000 ກີບ ພ້ອມໃບຢັ້ງຢືນຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ໂອກາດຮ່ວມເຮັດວຽກກັບກຸ່ມບໍລິສັດໂຄລາວ.

.

ພ້ອມນີ້ກໍ່ຍັງມີລາງວັນຊົມເຊີຍອີກ 7 ລາງວັນ ຈະໄດ້ຮັບລາງວັນມູນຄ່າ 300.000 ກີບ ພ້ອມໃບຢັ້ງຢືນຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ໂອກາດຮ່ວມເຮັດວຽກກັບກຸ່ມບໍລິສັດໂຄລາວ.
ຂ່າວ: ສີສຸວົງ ໂພທິສານ