ແຊັມ ລາວລີກ 1 ປີ 2022 ຈະໄດ້ຮັບຂັນແຊ້ມ ພ້ອມເງິນລາງວັນ 300 ລ້ານກີບ, ຈະບໍ່ມີທີມຕົກຊັ້ນປີນີ້

158

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ຈັດພິທີຖະແຫຼງຂ່າວ ການແຂ່ງຂັນເປບຊີ ລາວລີກ 1 ປະຈໍາປີ 2022 ຢ່າງເປັນທາງການ ໃນວັນທີ 18 ມີນາ 2022 ທີ່ ອິນດີ້ ສະຕູດິໂອ ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄຳໄພ ປະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ສັນຕິກອນ ແສງດາລາ ຮອງຫົວຫນ້າພະແນກຈັດການແຂ່ງຂັນ ພ້ອມດ້ວຍຕາງໜ້າຈາກຜູ້ສະໜັບສະໜູນ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ຄຳໄພ ປະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ໃຫ້ກຽດກ່າວຕໍ່ສື່ມວນຊົນເຖິງການ ການແຂ່ງຂັນບານເຕະລາວລີກ 1 ປີນີ້ ໂດຍສະເພາະ 7 ທີມທີ່ຈະເຂົ້າຮ່ວມແຂ່ງຂັນ ຈະບໍ່ມີຕົກຊັ້ນ, ສ່ວນ ທີມແຊ້ມຈາກລາວລີກ 2 ໃນແຕ່ລະແຂວງມີໂອກາດຂຶ້ນມາຫຼິ້ນໃນລາວລີກ 1 ປີ 2023 ຖ້າຫາກຜ່ານເງື່ອນໄຂຕາມມາດຕະຖານ 18 ຂໍ້ ( ເບິ່ງຄລິບລະອຽດລຸ່ມນີ້ ).

ຂະນະດຽວກັນ ທ່ານ ສັນຕິກອນ ແສງດາລາ ຮອງຫົວຫນ້າພະແນກຈັດການແຂ່ງຂັນ ກ່າວວ່າ: ສໍາລັບ ທີມແຊັມເປບຊີ ລາວລີກ 1 ລະດູການນີ້ ຈະໄດ້ຂັນແຊັມ ແລະ ເງິນລາງວັນ 300 ລ້ານກີບ, ຮອງແຊັມໄດ້ 150 ລ້ານກີບ ແລະ ອັນດັບ 3 ໄດ້ 80 ລ້ານກີບ.

ຂ່າວ: ຫຼ້າ MKP; ຮູບ: ສຕລ