138 ບໍລິສັດ ໄດ້ຮັບລາງວັນຜູ້ປະກອບການໝຸ່ມດີເດັ່ນ ປະຈຳປີ 2021

241

ໃນວັນທີ 18 ມີນາ 2021 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ສະມາຄົມນັກທຸລະກິດໝຸ່ມແຫ່ງຊາດລາວ (ສທໜຊ) ໄດ້ຈັດພິທີມອບລາງທຸລະກິດໝຸ່ມດີເດັ່ນ ປະຈຳປີ 2021 ຂຶ້ນ ໂດຍການເປັນປະທານເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ມີ ທ່ານ ອາລຸນໄຊ ສູນນະລາດ ຫົວໜ້າຫ້ອງວ່າການສຳນັກງານນາຍົກ, ທ່ານ ຄຳແສນ ສີສະວົງ ປະທານ ສທໜຊ ພ້ອມດ້ວຍສະມາຊິກນັກທຸລະກິດໜຸ່ມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີ ທ່ານ ຄຳແສນ ສີສະວົງ ກ່າວວ່າ: ການຄັດເລືອກຜູ້ກອບປະການໝຸ່ມດີເດັ່ນ ແມ່ນໄດ້ມີຂັ້ນຕອນຜ່ານມາດຕະຖານຮ່ວມກັບ ສູນກາງຊາວໜູ່ມ ປະຊາຊົນປະຕິວັດລາວ ເຊິ່ງໄດ້ມີບັນດານັກທຸລະກິດໜຸ່ມທົ່ວປະເທດ ຜູ້ທີ່ມີເງື່ອນໄຂຕາມ, ມີມາດຕະຖານ ສົ່ງໃບສະໝັກເຂົ້າຮ່ວມຊີງລາງວັນ 300 ກວ່າບໍລິສັດ ແລະ ສາມາດຜ່ານມາດຕະຖານ, ໄດ້ຮັບການເຫັນດີຈາກຄະນະກໍາມະການຄັດເລືອກໄດ້ທັງໝົດ 117 ບໍລິສັດ ທຸລະກິດດີເດັ່ນ ແລະ 21 ບໍລິສັດ ທຸລະກິດຂະໜາດນ້ອຍ ແລະ ກາງ ຂະແໜງຜະລິດຕະພັນພາຍໃນດີເດັ່ນ ໄດ້ຮັບລາງວັນຜູ້ປະກອບການໝຸ່ມດີເດັ່ນ ປະຈຳປີ 2021.

ເຊິ່ງບັນດາຜູ້ປະກອບການທີ່ໄດ້ຮັບການຄັດເລືອກ, ຮັບຍ້ອງຍໍ-ສັນລະເສີນ, ຮັບລາງວັນດີເດັ່ນໃນຄັ້ງນີ້ ລ້ວນແຕ່ແມ່ນມີຄວາມໝາຍສໍາຄັນທີ່ສຸດ ເພາະລາງວັນດັ່ງກ່າວ ໝາຍເຖິງອົງກອນຂອງທ່ານໄດ້ພັດທະນາມາຮອດຈຸດນີ້ໄດ້ ແມ່ນເປັນຜົນສໍາເລັດອັນຍິ່ງໃຫຍ່ ແລະ ການດໍາເນີນທຸລະກິດ ມັນຕ້ອງມີການພັດທະນາ, ມີການແຂ່ງຂັນກັນ, ມີການປັບຕົວໃຫ້ເຂົ້າກັບສະພາບ ແລະ ມີມາດຕະຖານນີ້ ເປັນຕົວຊີ້ວັດຄວາມສາມາດຂອງຜູ້ປະກອບການ ພ້ອມກັນກ້າວຂຶ້ນເປັນລະດັບຊາດ ແລະ ຂຶ້ນໄປແຂ່ງຂັນຮອດລະດັບສາກົນ.


ທ່ານ ຄຳແສນ ສີສະວົງ ໃຫ້ຮູ້ຕື່ມວ່າ: ສທໜຊ ໄດ້ສ້າງຕັ້ງຂຶ້ນໃນປີ 2003 ພາຍໃຕ້ການເຫັນດີຂອງຄະນະເລຂາສູນກາງພັກ ໂດຍແມ່ນສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເຊິ່ງຕະຫຼອດຊຸມປີຜ່ານມາ ສທໜຊ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ປັດຈຸບັນມີສະມາຊິກທັງໝົດ 1.250 ບໍລິສັດ, ມີສະມາຄົມຢູ່ຂັ້ນນະຄອນຫຼວງ, ແຂວງ ແລະ ບາງແຂວງແມ່ນມີຂັ້ນເມືອງ, ມີຍອດມູນຄ່າການລົງທຶນເຖິງ 625 ລ້ານໂດລາສະຫະລັດ, ສາມາດສ້າງວຽກເຮັດງານທຳໃຫ້ແຮງງານລາວ 43.000 ກວ່າຄົນ ແລະ ສະເລ່ຍແຕ່ລະປີ ຖອກພັນທະງົບປະມານໄດ້ຫຼາຍກວ່າ 120 ຕື້ກີບ.


ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ໂອ້ລົມຕໍ່ ສທໜຊ ວ່າ: ເພື່ອເສີມຂະຫຍາຍມູນເຊື້ອຜົນງານ ຂອງສະມາຄົມນັກທຸລະກິດໜຸ່ມ ຜູ້ປະກອບການໜຸ່ມທັງຫຼາຍໃນຂອບເຂດທົ່ວປະເທດ ຜ່ານມາ, ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນຕໍ່ໜ້າໂດຍສະເພາະແມ່ນການເຂົ້າຮ່ວມປະຕິບັດສອງວາລະແຫ່ງຊາດທີ່ພັກ ແລະ ລັດຖະບານເຮົາກຳນົດອອກ, ພ້ອມເນັ້ນ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຕ່ລະຂັ້ນ ຕ້ອງໄດ້ເພີ່ມທະວີແຂງແຮງຂຶ້ນຕື່ມໃນການນໍາພາ – ຊີ້ນຳຢ່າງໃກ້ຊິດ ຕໍ່ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ເຕົ້າໂຮມຄວາມສາມັກຄີຢ່າງກວ້າງຂວາງ ຜູ້ປະກອບການໜຸ່ມເຂົ້າມາສູ່ການຈັດຕັ້ງສະມາຄົມນັກທຸລະກິດໜຸ່ມ.

ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກສະມາຄົມນັກທຸລະກິດໜຸ່ມດ້ວຍການເຜີຍແຜ່ ແນວທາງ, ນະໂຍບາຍ, ລະບຽບກົດໝາຍຂອງພັກ ແລະ ລັດເຮົາ ໃຫ້ເຂົາເຈົ້າກໍໄດ້, ກຳແໜ້ນ ແລະ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນນັກທຸລະກິດໜຸ່ມປະຕິວັດທີ່ແທ້ຈິງ ແລະ ໃນພິທີດັ່ງກ່າວຍັງໄດ້ມີພິທີເຊັນ MOU ຂອງບໍລິສັດຮ່ວມພັດທະນາການລົງທຶນລາວ.