ລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ຢ້ຽມຢາມໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຢູ່ແຂວງຊຽງຂວາງ

940

ເນື່ອງໃນໂອກາດ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມດ້ວຍຄະນະການນຳຂັ້ນສູນກາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ, ໃນວັນທີ 12 ມີນາ 2022 ໄດ້ຢ້ຽມຢາມໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ຈຳກັດ ເຊິ່ງໃຫ້ການຕອນຮັບໂດຍ ທ່ານ ສົມຫວັງ ຄຸຣຸລັດ ປະທານໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ ພ້ອມດ້ວຍພະນັກງານບໍລິສັດ.


ທ່ານ ອຸທັນ ໄຕລິດທິ ຮອງປະທານໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ ກໍໄດ້ລາຍງານການຈັດຕັ້ງປະຕິບັດການກໍສ້າງໂຮງງານຕໍ່ ທ່ານລັດຖະມົນຕີວ່າ: ໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ ໄດ້ກໍ່ສ້າງໂຮງງານມາແຕ່ເດືອນກັນຍາ 2021 ມາເຖິງປັດຈຸບັນສຳເລັດແລ້ວ 100% ແລະ ຈະເປີດນຳໃຊ້ຢ່າງເປັນທາງການໃນມໍ່ໆນີ້ ມູນຄ່າການກໍ່ສ້າງ 30 ຕື້ກວ່າກີບ.

ໂຮງງານສາມາດບັນຈຸນ້ຳມັນໄດ້ 2.400.000 ລິດ, ສາມາດປຸງແຕ່ງນ້ຳມັນໄດ້ 100 ລ້ານລິດຕໍ່ປີ ໂດຍມີສ່ວນປະສົມນ້ຳມັນກາຊວນສຳເລັດຮູບ 60%, ນໍ້າມັນເຄິ່ງສຳເລັດຮູບດີໄລ້ອອຍ (Dei light oil) 39% ແລະ ເຄມີປຸງແຕ່ງ1% ຈາກປະເທດ ສສ ຫວຽດນາມ ແລະ ປະເທດໄທ ຜະລິດ-ປຸງແຕ່ງ ເປັນນ້ຳມັນກາຊວນ ແລະ ນຳເຂົ້ານ້ຳມັນແອັດຊັງ ເພື່ອຈຳໜ່າຍຢູ່ພາຍໃນ ແລະ ສົ່ງອອກບັນດາແຂວງອ້ອມຂ້າງ ຄາດວ່າຈະສົ່ງອອກຜ່ານລັດວິສາຫະກິດນ້ຳມັນເຊື້ອໄຟລາວ.


ໂອກາດດັ່ງກ່າວ,ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ໄດ້ກ່າວສະແດງຄວາມຊົມເຊີຍ ໃນການລົງທຶນຂອງບໍລິສັດ ເພື່ອສ້າງສາພັດທະນາປະເທດຊາດ, ເປັນການພັດທະນາທີ່ດີ ເຊິ່ງການປຸງແຕ່ງນ້ຳມັນເຊື້ອໄຟເພື່ອຈຳໜ່າຍພາຍໃນ ຈະເປັນການປະຢັດເງິນກີບ ບໍ່ໃຫ້ຮົ່ວໄຫຼອອກປະເທດ ແລະ ເນັ້ນໃຫ້ເກັບລາຍຮັບຜ່ານປະຕູດຽວ, ຜະລິດເນໍ້າມັນສະອາດ, ຕ້ອງປະຕິບັດຕາມຫຼັກການ, ເຕັກນິກຢ່າງເຄັ່ງຄັດ, ກວດກາເປັນປະຈຳ, ຮີບຮ້ອນແລ່ນເອກະສານທີ່ຍັງບໍ່ທັນໄດ້, ພົວພັນ ແລະ ປະສານງານນຳພະແນກ ອຄ ແຂວງ ເພື່ອໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນສູງ.

ຂ່າວ: ບຸນມີ ແສງທຸມມີ