ພົບຜູ້ຕິດເຊື້ອໂຄວິດໃໝ່ 874 ຄົນ, ນະຄອນຫຼວງ 437 ຄົນ, ສະຫວັນນະເຂດ 143 ຄົນ

129

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 17 ມີນາ ປີ 2022 ວ່າມາຮອດ ວັນທີ 16 ມີນາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.269 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 874 ຄົນ (ຕິດເຊື້ອພາຍໃນ ມີ 855 ຄົນ ແລະ ຕິດເຊື້ອນໍາເຂົ້າ 19 ຄົນ)

ດັ່ງນັ້ນຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 149.131 ຄົນ, ເສຍຊີວິດສະສົມ 643 ຄົນ (ໃນນີ້ເສຍຊີວິດ ໃໝ່ 0 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 67 ຄົນ, ກໍາລັງປິ່ນປົວ 1.349 ຄົນ (ຜູ້ຕິດເຊື້ອໂຄວິດ ປະຈຸບັນ )

ຈຳນວນຕົວເລກ ການຕິດເຊືື້ອໃໝ່ພາຍໃນປະເທດມື້ວານນີ້ ທັງໝົດມີ 855 ຄົນ ຈາກ ນະຄອນຫຼວງວຽງຈັນ ແລະ 17 ແຂວງ ມີ ດັ່ງນີ້:
ນະຄອນຫຼວງ 437 ຄົນ, ສະຫັວນນະເຂດ 143 ຄົນ, ຊຽງຂວາງ 69 ຄົນ, ຫົວພັນ 30 ຄົນ, ວຽງຈັນ 27 ຄົນ, ບໍລິຄໍາໄຊ 23 ຄົນ, ຄໍາມ່ວນ 19 ຄົນ, ຫຼວງພະບາງ 18 ຄົນ, ອຸດົມໄຊ 17 ຄົນ
ສາລະວັນ 13 ຄົນ, ອັດຕະປື 13 ຄົນ, ຈໍາປາສັກ 12 ຄົນ, ບໍ່ແກ້ວ 12 ຄົນ, ຫຼວງນໍ້າທາ 8 ຄົນ, ໄຊຍະບູລີ 7 ຄົນ, ຜົ້ງສາລີ 4 ຄົນ, ເຊກອງ 2 ຄົນ, ໄຊສົມບູນ 1 ຄົນ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ມີ 19 ຄົນ ຈາກ ສະຫວັນນະເຂດ 06, ຈໍາປາສັກ 05 ຄົນ, ນະຄອນຫຼວງວຽງຈັນ 3 ຄົນ, ຊຽງຂວາງ 04 ຄົນ ແລະ ບໍລິຄໍາໄຊ 01 ຄົນ, ທຸກຄົນໄດ້ເກັບຕົວຢ່າງ ແລະ ເຂົ້າຈຳກັດບໍລິເວນໃນສະຖານທີ່ຄະນະສະເພາະກິດກຳນົດໄວ້ກ່ອນຈະກວດພົບເຊື້ອ.