ພິດໂຄວິດ ເຮັດໃຫ້ອັດຕາວ່າງງານໃນຈີນເພີ່ມຂຶ້ນ

52

ສຳນັກຂ່າວ ເອເອັຟພີ ລາຍງານວ່າ ອັດຕາວ່າງງານໃນຈີນ ໂດຍສະເພາະກຸ່ມໄວໜຸ່ມທີ່ຮຽນຈົບໃໝ່ເພີ່ມສູງຂຶ້ນໃນໄລຍະຕົ້ນປີ 2022, ເນື່ອງຈາກການລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ຫົວໜ່ວຍທຸລະກິດຈຳນວນໜຶ່ງປິດກິດຈະການຊົ່ວຄາວ.

ສຳນັກງານສະຖິຕິແຫ່ງຊາດຈີນ ເປີດເຜີຍໃນວັນທີ 15 ມີນາຜ່ານມາວ່າ: ອັດຕາການວ່າງງານຢູ່ຕາມຕົວເມືອງຕ່າງໆເພີ່ມຂຶ້ນເປັນ 5,5% ໃນທ້າຍເດືອນກຸມພາຜ່ານມາ, ຈາກ 5,1% ໃນທ້າຍປີ 2021, ສ່ວນກຸ່ມຜູ້ອາຍຸແຕ່ 16 – 24 ປີວ່າງງານເພີ່ມຂຶ້ນເປັນ 15,3%.

ແນວໃດກໍຕາມ, ທາງການຈີນລາຍງານວ່າ ການຜະລິດຈາກການຄ້າຂາຍຍ່ອຍ ແລະ ພາກອຸດສາຫະກຳເພີ່ມຂຶ້ນຫຼາຍກວ່າທີ່ຄາດການໄວ້, ໃນໄລຍະ 2 ເດືອນທຳອິດຂອງປີ 2022 ການຄ້າຂາຍຍ່ອຍເພີ່ມຂຶ້ນ 6,7% ເຊິ່ງສູງກວ່າທີ່ນັກວິເຄາະຄາດການໄວ້ ເຊິ່ງຄາດວ່າຈະເພີ່ມຂຶ້ນ 3%.