ມື້ນີ້ພົບຜູ້ຕິດເຊື້ອໂຄວິດໃໝ່ 848 ຄົນ, ນະຄອນຫຼວງວຽງຈັນ 495 ຄົນ

86

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ປະຈໍາວັນທີ 16 ມີນາ ປີ 2022 ວ່າວັນທີ 15 ມີນາ 2022 ໄດ້ກວດວິເຄາະທັງໝົດ 3.007 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 848 ຄົນ (ຕິດເຊື້ອພາຍໃນ 833 ຄົນ ແລະ ນໍາເຂົ້າ 15 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 833 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້
ນະຄອນຫຼວງ 495 ຄົນ, ສະຫວັນນະເຂດ 110 ຄົນ, ຊຽງຂວາງ 58 ຄົນ, ຫົວພັນ 32 ຄົນ, ຄໍາມ່ວນ 29 ຄົນ, ໄຊຍະບູລີ 24 ຄົນ, ບໍລິຄໍາໄຊ 18 ຄົນ, ບໍ່ແກ້ວ 16 ຄົນ, ວຽງຈັນ 15 ຄົນ, ອຸດົມໄຊ 9 ຄົນ


ຫຼວງພະບາງ 6 ຄົນ, ຫຼວງນໍ້າທາ 6 ຄົນ, ເຊກອງ 5 ຄົນ, ໄຊສົມບູນ 4 ຄົນ, ອັດຕະປື4 ຄົນ, ຈໍາປາສັກ 1 ຄົນ ແລະ ສາລະວັນ 1 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 15 ຄົນ ຈາກ ສະຫວັນນະເຂດ 06 ຄົນ, ຈໍາປາສັກ 07 ຄົນ, ບໍລິຄໍາໄຊ 01 ຄົນ ແລະ ຫົວພັນ 01 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 148.257 ຄົນ, ອອກໂຮງໝໍວານນີ້ 32 ຄົນ, ກຳລັງປິ່ນປົວ 1.201 ຄົນ ແລະ ເສຍຊີວິດທັງໝົດ 643 ຄົນ (ບໍ່ມີເສຍຊິວິດໃໝ່)