ນໍ້າມັນທົ່ວໂລກຢູ່ຂັ້ນວິກິດ ສິ່ງສຳຄັນຄືປະຢັດຫຼີກລຽງການຊົມໃຊ້ຖ້າບໍ່ຈຳເປັນ

61

ນ້ຳມັນເຊື້ອໄຟເປັນບັນຫາໃຫຍ່ຂອງໂລກໃນປະຈຸບັນ ແລະລາຄາຍັງຂຶ້ນຕໍ່ເນື່ອງ ອັນເນື່ອງມາຈາກປັດໄຈຄວາມຕ້ອງການທີ່ຫຼາຍຂຶ້ນ ແລະການຜະລິດສ່ຳເກົ່າ ບວກກັບບັນຫາທາງການເມືອງ ເຊິ່ງໃຫ້ເຮັດທົ່ວໂລກໄດ້ຮັບຜົນກະທົບລວມທັງ ສປປ ລາວເຮົາ ເຊິ່ງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າໃຫ້ສຳພາດວ່າ ຖ້າສະຖານະການລາຄານ້ຳມັນໃນຕະຫຼາດໂລກບໍດີຂຶ້ນ ເທດເຮົາອາດຈຳເປັນຕ້ອງປັບຄວາມຖີ່ຂອງການປັບລາຄານ້ຳມັນຈາກ 15 ວັນຕໍ່ຄັ້ງໃນປະຈຸບັນມາເປັນ 5-7 ມື້ປັບຄັ້ງໜຶ່ງ.

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ (ອຄ) ກ່າວວ່າ ສະພາບລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກເໜັງຕີງຂຶ້ນສູງ ສົ່ງຜົນກະທົບຕໍ່ການສະໜອງພາຍໃນ ແລະ ຕໍ່ໜ້າຖ້າລາຄານ້ຳມັນເຊື້ອໄຟຍັງສືບຕໍ່ປັບຂຶ້ນສູງ ກໍຈະໄດ້ຈັດຕັ້ງການປັບລາຄາຈາກ 15 ວັນ ມາເປັນ 5 – 7 ວັນ ເພື່ອແກ້ໄຂສະພາບການສະໜອງໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ສປປ ລາວ ເປັນປະເທດນໍາເຂົ້ານ້ຳມັນເຊື້ອໄຟ ຈາກຕ່າງປະເທດ 100%; ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ແມ່ນຖືກກໍານົດໂດຍກົນໄກການເໜັງຕີງຂຶ້ນ-ລົງຂອງລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ເຊິ່ງນັບແຕ່ຕົ້ນປີ 2022 ມາ ການເໜັງຕີງຂອງລາຄານໍ້າເຊື້ອໄຟໃນຕະຫຼາດໂລກ ກໍໄດ້ຖີບໂຕສູງຂຶ້ນຈົນມາເຖິງທ້າຍເດືອນກຸມພາ ແລະ ມາຮອດປັດຈຸບັນ ທີ່ສະຖານະການຄວາມຕ້ອງການນໍ້າມັນເຊື້ອໄຟໂລກສູງຂຶ້ນ ແຕ່ກໍາລັງການຜະລິດລວມຂອງກຸ່ມປະເທດຜະລິດນໍ້າມັນເຊື້ອໄພພັດບໍ່ໄດ້ເພີ່ມຂຶ້ນເພື່ອຮອງຮັບຢ່າງພຽງພໍ, ບວກກັບສະພາບການ ຄວາມຂັດແຍ້ງທາງເສດຖະກິດຂອງປະເທດມະຫາອຳນາດ, ຂໍ້ຄັດແຍ້ງລະຫວ່າງປະເທດຣັດເຊຍ ແລະ ກຸ່ມນາໂຕ ແລະ ບັນດາປະເທດຕາເວັນຕົກ ເຊິ່ງມີການຂວໍ້າບາດທາງດ້ານເສດຖະກິດ.

ເຫດການດັ່ງກ່າວ ສົ່ງຜົນເຮັດໃຫ້ລາຄານໍ້າມັນເຊື້ອໄຟ ໃນຕະຫຼາດໂລກເວົ້າລວມເວົ້າສະເພາະ ລາຄານໍ້າມັນກາຊວນສໍາເລັດຮູບ ປັບຂຶ້ນສູງເຖິງ 150-180 ໂດລສະຫະລັດຕໍ່ບາເຣວ ເຊິ່ງປັບຂຶ້ນສູງທີ່ສຸດເປັນປະຫວັດການ ໃນຮອບ 10 ປີ ແລະ ມີທ່າອ່ຽງຈະປັບຂຶ້ນອີກ ເຫັນໄດ້ວ່າໃນທົ່ວໂລກແມ່ນປະສົບບັນຫາດັ່ງກ່າວເຂົ້າຂັ້ນວິກິດ. ບັນດາປະເທດຜູ້ຜະລິດນໍ້າມັນເຊື້ອໄຟ ຫຼື ກຸ່ມ ໂອເປັກ ກໍໄດ້ປຶກສາຫາລື ແລະ ເປັນເອກະພາບກັນໃນເດືອນຜ່ານມາ ເພື່ອເພີ່ມຈຳນວນການຜະລິດນໍ້າມັນເຊື້ອໄຟຂຶ້ນປະມານ 4 ແສນເບເຣວຕໍ່ວັນ, ແຕ່ຢ່າງໃດກໍຕາມ ຖ້າຫາກສະພາບຄວາມຂັດແຍ້ງ ແລະ ການບຸກໂຈມຕີຍັງບໍ່ຢຸດຕິລາຄານໍ້າມັນກໍຍັງຈະສູງຂຶ້ນ.

ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ: ຖ້າສະພາບຕົ້ນທຶນ ກໍຄືລາຄາຂອງຜູ້ສະໜອງຢູ່ຕ່າງປະເທດ ຍັງມີລາຄາສູງກວ່າລາຄາໂຄງສ້າງ ທີ່ເຮົາຈັດຕັ້ງປະຕິບັດປັດຈຸບັນ, ອີກໜຶ່ງຫາສອງອາທິດ ອາດບໍ່ມີນໍ້າມັນພຽງພໍກັບຄວາມຕ້ອງການຊົມໃຊ້ ຍ້ອນຜູ້ສະໜອງນໍ້າມັນພາຍໃນ ເຫັນໄດ້ສະພາບການຂາດທຶນ. ສະນັ້ນ, ເພື່ອແກ້ໄຂສະພາບການສະໜອງໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້ໃນຕໍ່ໜ້າຖ້າລາຄາຍັງສືບຕໍ່ປັບຂຶ້ນສູງ ກະຊວງອຸດສາຫະກຳ ແລະການຄ້າ ກໍຈະໄດ້ຈັດຕັ້ງການປັບລາຄານໍ້າມັນເຊື້ອໄຟ ຈາກ 15 ວັນ ມາເປັນ 5 – 7 ວັນ ເຊິ່ງແນ່ນອນວ່າ ຈະເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ຕ້ອງໄດປັບຂຶ້ນສູງ ຕາມການປັບຂຶ້ນຂອງຕົ້ນທຶນການນໍາເຂົ້າ.

ຕໍ່ບັນຫາດັ່ງກ່າວ, ບັນດາຂະແໜງການລັດທີ່ກ່ຽວຂ້ອງກໍຈະໄດ້ເອົາໃຈໃສ່ເລັ່ງ ຄົ້ນຄວ້າຊອກຫາວິທີທາງເພື່ອຫຼຸດຜ່ອນ ເຊັ່ນ: ການຫຼຸດກອງທຶນບູລະນະທາງຫຼວງ, ຄັງແຮພິເສດ, ການກໍານົດວິທີການຈັດເກັບລາຍຮັບຂອງລັດ ດ້ານພັນທະພາສີ, ອາກອນຕ່າງໆ ເປັນອັນສະເພາະໃນໄລຍະທີ່ລາຄານໍ້າມັນເຊື້ອໄຟປັບຂຶ້ນສູງ ເພື່ອເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດຂອງເຮົາ ຄ່ອຍປັບຂຶ້ນຢ່າງເປັນລະບົບ ແລະ ບໍ່ຂຶ້ນສູງຫຼາຍຈົນເກີນໄປ.

ພ້ອມດຽວກັນຮຽກຮ້ອງມາຍັງພະນັກງານ, ພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງມີສະຕິ, ໃນສະພາບຄວາມຫຍຸ້ງຍາກຄືປັດຈຸບັນ ຊ່ວຍກັນຮັບຮູ້ ແລະ ເຂົ້າໃຈສະຖານະການ, ພ້ອມທັງຕິດຕາມສະພາບການຢ່າງໃກ້ຊິດ ແລະ ຕ້ອງຊ່ວຍກັນປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໃນຍາມເຂົ້າຍາກໝາກແພງ ໂດຍສະເພາະແມ່ນການຊົມໃຊ້ທີ່ບໍ່ຈຳເປັນ.