ຜັກຊີ ສາມາດແກ້ອາການທ້ອງອືດໄດ້

316

ແນະນໍາໜຶ່ງຜັກທີ່ໃຊ້ປຸງແຕ່ງອາຫານ ຄື ຜັກຊີເປັນຜັກພື້ນບ້ານຂອງລາວເຮົາ ທີ່ຄົນລາວມັກກິນເປັນຜັກຫອມກິນດິບ ແລະ ສຸກໃນເວລາປຸງແຕ່ງອາຫານ ຊຶ່ງມີກິ່ນຫອມ ແຕ່ບາງທ່ານອາດຍັງບໍ່ຮູ້ວ່າ ຜັກຊະນິດນີ້ມີດີຕໍ່ກະເພາະລຳໄສ້ຂອງຄົນເຮົາ.


ສຳລັບສັບພະຄຸນທາງຢາ ຜັກຊີ ຊ່ວຍກະຕຸ້ນລະບົບການເຮັດວຽກຂອງກະເພາະ, ຊ່ວຍຍ່ອຍອາຫານ, ແກ້ອາການທ້ອງອືດ, ແກ້ເສີມຫະ, ແກ້ອາການນອນສະດຸ້ງ, ຫຼຸດຄວາມດັນເລືອດສູງ, ຫຼຸດໄຂ້ມັນ ແລະ ນໍ້າຕານໃນເລືອດ, ຊ່ວຍຂະຫຍາຍຫຼອດເລືອດ, ຊ່ວຍກະຕຸ້ນລະບົບຫາຍໃຈ, ບຳລຸງຮ່າງກາຍ ແລະກະຕຸ້ນນໍ້ານົມ ສຳລັບແມ່ລູກອ່ອນ.


ສ່ວນຄຸນຄ່າທາງໂພຊະນາການ ຜັກຊີ ມີແຮ່ທາດສຳຄັນໆ ເຊັ່ນ ແຄວຊຽມ, ຟອສ໌ຟໍຣັດ, ໂພແທັດຊຽມ ແລະທາດເຫຼັກ, ມີເບຕ້າແຄໂຣທີນ, ວິຕາມິນ A, B ແລະອື່ນໆ.


ຮູ້ຊັບພະຄຸນແບບນີ້ແລ້ວ ຜູ້ມັກແຕ່ງກິນ, ຄົວກິນຈັດເມນູທີ່ມີຜັກຊີຢູ່ນໍາເລີຍເດີ້
ຂໍ້ມູນຈາກ: ສາລະໜ້າຮູ້ Salanarhoo