ແຮ່ເຫຼັກ, ມັນຕົ້ນ 2 ສິນຄ້າຫຼັກໆທີ່ຂົນສົ່ງດ້ວຍລົດໄຟ

312

ການຂົນສົ່ງສິນຄ້າດ້ວຍລົດໄຟເປັນອີກຊ່ອງທາງໜຶ່ງ ທີ່ເຮັດໃຫ້ສິນຄ້າລາວໄປຮອດຈີນໄວ ແລະສະດວກຂື້ນ ໂດຍຜ່ານດ່ານສາກົນບໍ່ເຕ່ນແຂວງຫຼວງນໍ້າທາເທົ່ານັ້ນ ປະຈຸບັນ ການສົ່ງສິນຄ້າຜ່ານລົດໄຟກໍ່ມີຫຼາຍປະເພດ ແຕ່ໃນສ່ວນສິນຄ້າກະສິກໍາທີ່ຂົນສົ່ງດ້ວຍລົດກໍ່ມີເຖິງຈໍານວນ 400-600 ຄັນຕໍ່ວັນ.

ທ່ານ ສົມຊາຍ ດວງຈະເລີນ ປະທານບໍລິສັດ LS ການຄ້າຂາອອກ-ຂາເຂົ້າຈໍາກັດ ທີ່ໃຫ້ບໍລິການຂົນສົ່ງສິນຄ້າລາວໄປສປ ຈີນເປັນຫຼັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 11 ມີນານີ້, ທີ່ນະຄອນຫຼວງວຽງຈັນວ່າ: ປັດຈຸບັນ, ສິນຄ້າລາວທີ່ສາມາດຂົນສົ່ງດ້ວຍລົດໄຟມີພຽງ 3 ລາຍການເທົ່ານັ້ນຄື: ແຮ່ເຫຼັກ, ແປ້ງມັນຕົ້ນ ແລະມັນຕົ້ນແຫ້ງ ສ່ວນສິນຄ້າກະສິກຳລາວສ່ວນຫລາຍຍັງແມ່ນຂົນສົ່ງດ້ວຍລົດ. ຜ່ານມາການຂົນສົ່ງສິນຄ້າດ້ວຍລົດໄຟແມ່ນຈະຂຶ້ນຢູ່ສະຖານີນາຄວາຍໃຕ້ ນະຄອນຫຼວງວຽງຈັນຕອນແລງກໍຈະຮອດຄຸນຫມິງ ສປ ຈີນໃນຕອນເຊົ້າມື້ຕໍ່ມາ.

ທ່ານກ່າວຕື່ມວ່າ, ນອກຈາກສິນຄ້າ 3 ລາຍການທີ່ຂົນສົ່ງດ້ວຍລົດໄຟໄດ້ນັ້ນ, ຍັງມີສິນຄ້າກະສິກຳລາວເປັນຕົ້ນຫມາກເດືອຍ, ສາລີ, ຫມາກໂມ ແລະອື່ນໆ ຍັງຕ້ອງການຂົນສົ່ງດ້ວຍລົດໄຟ ທັງປະຢັດເວລາ ທັງວ່ອງໄວ ເພາະສິນຄ້າກະສິກໍາມີການເນົ່າເປື່ອຍງ່າຍ ຄຽງຄູ່ກັບຕ້ອງຜ່ານຂັ້ນຕອນການກວດກາຂອງຝ່າຍລາວ ແລະຝ່າຍຈີນ ໃນການປ້ອງກັນໂຄວິດ-19 ເພື່ອຄວາມປອດໄພດ້ານສຸຂະອານະໄມຂອງສິນຄ້າອີກ.

ທ່ານຍັງໄດ້ຮຽກຮ້ອງມາຍັງບໍລິສັດລົດໄຟໃຫ້ມີການເພີ່ມຖ້ຽວຂົນສົ່ງສິນຄ້າຕື່ມອີກ ເພາະປະຈຸບັນ ສິນຄ້າລາວທີ່ຂົນສົ່ງໄປຈີນດ້ວຍລົດໄຟບາງມື້ມີພຽງຂະບວນດຽວ ບາງມື້ 3 ຂະບວນເທົ່ານັ້ນ, ເຊິ່ງບໍ່ພຽງພໍກັບຄວາມຕ້ອງການຂອງສິນຄ້າ ແລະຍັງຮຽກຮ້ອງເຖິງຫນ່ວຍງານທີ່ກ່ຽວຂ້ອງຂອງລາວແລະຈີນ ກ່ຽວກັບສິນຄ້າກະສິກໍາຫາກສາມາດຂົນສົ່ງດ້ວຍທາງລົດໄຟໄດ້ກໍຈະເຮັດໃຫ້ກະສິກໍາຂອງລາວຟົດຟື້ນຂື້ນ ແລະໃນຕໍ່ໜ້າຖ້າເປີດປະເທດສິນຄ້າຈາກບັນດາປະເທດອາຊຽນກໍຈະຜ່ານ ສປປ ລາວ ໄປຍັງເອີລົບ ແລະສິນຄ້າຈາກບັນດາປະເທດອາຊຽນ ທີີ່ມີການຂົນສົ່ງດ້ວຍລົດໄຟກໍຈະໄວກວ່າການຂົນສົ່ງທາງເຮືອ ເຊື່ອວ່າຈະຊ່ວຍໃຫ້ເສດຖະກິດຂອງລາວດີຂຶ້ນຢ່າງແນ່ນອນ. ຖ້າຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນໄດ້ ແລ້ວ,ທັງການຂົນສົ່ງກໍວ່ອງໄວ,ປະຢັດເວລາ,ລາຄາຂົນສົ່ງຖືກກວ່າ, ແຕ່ບັນຫາແມ່ນມີຂັ້ນຕອນຕ້ອງເຮັດແຜນຈອງຕູ້ທີ່ຈະໃສ່ສິນຄ້າລ່ວງໜ້າ 30 ວັນ ເພື່ອຄ່ຽນຖ່າຍສິນຄ້າຈາກລາວໄປຈີນ.
ຈາກ: CRI