ເປີດໃຫ້ບໍລິການ ສາມັກຄີ ມາດ ສູນລວມສິນຄ້າອຸປະໂພກ – ບໍລິໂພກ ຄົບ ຈົບຢູ່ບ່ອນດຽວ

165

ວັນທີ 13 ມີນາ 2022 ລືກງາມຍາມດີ ໄດ້ມີພິທີເປີດຮ້ານສະດວກຊື້ ສາຂາທຳອິດຂອງ ແບຣນ ສາມັກຄີ ມາດ ທີ່ປໍ້ານໍ້າມັນພລັສ ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ວິມາລາ ໄຊຍະສຸກ ຜູ້ອຳນວຍການ ສາມັກຄີ ມາດ ແລະ ທ່ານ ນາງ ປະທຸມມາ ອິນຕານຸວົງ ຮອງນາຍບ້ານພະຂາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ວິມາລາ ໄຊຍະສຸກ ຜູ້ອຳນວຍການ ສາມັກຄີ ມາດ ໄດ້ກ່າວໃນພິທີເປີດວ່າ: ສາມັກຄີ ມາດ ແມ່ນຮ້ານສະດວກຊື້ ຂາຍເຄື່ອງອຸປະໂພກ ແລະ ບໍລິໂພກຄົບວົງຈອນ ເຊິ່ງມີສິນຄ້າທີ່ເປັນຜົນຜະລິດຂຶ້ນຊື່ຈາກປະຊາຊົນຢູ່ບັນດາແຂວງຕ່າງໆທົ່ວປະເທດລາວ, ນອກຈາກສິນຄ້າຢູ່ພາຍໃນປະເທດແລ້ວ ຮ້ານສະດວກຊື້ ສາມັກຄີ ມາດ ຍັງມີສິນຄ້າຄຸນນະພາບຈາກຕ່າງປະເທດ ເຊັ່ນ: ສິງກະໂປ, ອົສຕຣາລີ, ອີຕາລີ ແລະ ອື່ນໆ ທີ່ໄດ້ນຳເຂົ້າມາຈັດຈຳໜ່າຍໃນສາມັກຄີ ມາດ. ນອກຈາກສິນຄ້າທີ່ສຳເລັດຮູບ ພວກເຮົາຍັງມີສິນຄ້າທີ່ເປັນອາຫານສົດ, ອາຫານແຊ່ແຂງ, ຜັກ ແລະ ໝາກໄມ້ ທີ່ເປັນສູນລວມເຄື່ອງໃຊ້ອຸປະໂພກ ແລະ ບໍລິໂພກ ທີ່ລູກຄ້າມາບ່ອນດຽວມີສິນຄ້າຄົບ ແລະ ຈົບຢູ່ບ່ອນດຽວ.

May be an image of 1 person and flower

May be an image of 2 people and people standing

ຮ້ານສະດວກຊື້ ສາມັກຄີ ມາດ ຂອງພວກເຮົາ ສາຂາທໍາອິດຕັ້ງຢູ່ໃນປ້ຳນ້ຳມັນພລັສ ສາຂາບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມັກຄີ ມາດ ຂອງພວກເຮົາຈະເປີດໃຫ້ບໍລິການເປັນທາງການ ໃນວັນທີ 13 ມີນາ 2022. ໃນໄລຍະໃກ້ໆນີ້ກໍຈະເປີດອີກ 2 ສາຂາ ທີ່ຕັ້ງຢູ່ໃນປໍ້ານໍ້າມັນພລັສ ຂົວຫຼວງ ແລະ ສາຂາໂພນທັນ ນະຄອນຫຼວງວຽງຈັນ.

May be an image of 6 people and people standing

ທ່ານກ່າວຕື່ມວ່າ: ແຜນການຂະຫຍາຍສາຂາສາມັກຄີ ມາດ ໃນປີ 2022 – 2023 ມີແຜນຈະຂະຫຍາຍສາຂາໃຫ້ສຳເລັດ ຈຳນວນ 15 ສາຂາ ໃນປ້ຳນ້ຳມັນພລັສ ທົ່ວນະຄອນຫຼວງວຽງຈັນ. ຄຽງຄູ່ກັນນັ້ນ, ພວກເຮົາກໍມີແຜນທີ່ຈະເປີດຮ້ານ ສາມັກຄີ ມາດ ໃນຂອບເຂດທົ່ວປະເທດ.

May be an image of food

May be an image of 5 people, people standing and indoor

ຮ້ານສາມັກຄີ ມາດ ມີບ່ອນຈອດລົດກວ້າງຂວາງ ໃນປ້ຳນ້ຳມັນພລັສ, ມີລະບົບການຈັດການ ການຊື້ – ຂາຍທີ່ທັນສະໄໝ ແລະ ທ່ານສາມາດຊຳລະການຈ່າຍເງິນດ້ວຍເງິນສົດ ແລະ ເງິນໂອນດ້ວຍລະບົບ QR code. ນອກຈາກນັ້ນ, ທ່ານສາມາດສັ່ງຊື້ເຄື່ອງທາງອອນລາຍໄດ້ ຜ່ານ Application ຂອງຮ້ານພວກເຮົາ ເຊິ່ງຈະພ້ອມເປີດໃຫ້ນຳໃຊ້ໃນໄວໆນີ້. ຮ້ານຄ້າຂອງພວກເຮົາເປີດໃຫ້ບໍລິການທຸກມື້ ແຕ່ເວລາ 07:00 – 22:00 ໂມງ ເຊິ່ງມີຈຸດປະສົງຕອບສະໜອງ ຄວາມຕ້ອງການຂອງລູກຄ້າໃຫ້ໄດ້ຮັບຄວາມສະດວກຫຼາຍທີ່ສຸດ.

No photo description available.

May be an image of 9 people, people standing and indoor

ທ່ານສາມາດຕິດຕາມຂ່າວສານ ແລະ ໂປຣໂມຊັນຕ່າງໆໄດ້ທີ່ www.SamakeeMart.com ,FB: Samakee Mart, ເບີໂທ: 021 463 999. ສິນຄ້າອຸປະໂພກ ແລະ ບໍລິໂພກທີ່ນຳມາວາງຈຳໜ່າຍ ເປັນສິນຄ້າທີ່ຜະລິດຢູ່ພາຍໃນ ເຊິ່ງເປັນຜົນງານການປູກຝັງ ແລະ ຜະລິດຂອງປະຊາຊົນລາວ ທີ່ຈັດຈຳໜ່າຍພາຍໃຕ້ແບຣນສາມັກຄີ ມາດ ໃນຮ້ານຄ້າສາມັກຄີ ມາດ ຂອງພວກເຮົາ, ໂຄງການສິນຄ້າສາມັກຄີແມ່ນການຊ່ວຍເຫຼືອປະຊາຊົນໃຫ້ມີລາຍຮັບຈາກການສ້າງຜົນຜະລິດທາງດ້ານກະສິກຳ ແລະ ການປຸງແຕ່ງ ເພື່ອໃຫ້ສາມາດມີລາຍຮັບກຸ້ມຕົນເອງ ແລະ ສ້າງເປັນເສດຖະກິດຄອບຄົວໃນອະນາຄົດ, ທາງຮ້ານຄ້າສາມັກຄີ ມາດ ເລັງເຫັນຄວາມສຳຄັນດັ່ງກ່າວ ໂດຍສະເພາະແມ່ນການສົ່ງເສີມການຂາຍ ແລະ ການຕະຫຼາດ ຕໍ່ກັບຜົນຜະລິດຂອງປະຊາຊົນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບສູງຂຶ້ນເປັນກ້າວໆ.