ໝາກເຟືອງມີວິຕາມິນ C ຫຼາຍ ຄວບຄຸມນໍ້າຕານໃນເລືອດ ຫຼື ຫຼຸດຄວາມອ້ວນ

146

ອີກໜຶ່ງໝາກໄມ້ພື້ນບ້ານທີ່ຫຼາຍຄົນຮູ້ຈັກ ບໍ່ວ່າຈະກິນສົ້ມ, ກັບແກ້ມ ຫຼຶ ປຸງແຕ່ງສຸກແບບນີ້ ນັ້ນກໍຄື ໝາກເຟືອງ
ເຊິ່ງໝາກເຟືອງມີວິຕາມິນ C ຫຼາຍ, ບັນເທົາໂຣກເລືອດອອກຕາມຫວ່າງແຂ້ວ, ມັນມີປະລິມານພະລັງງານນໍ້າຕານ ແລະທາດເກືອຕໍ່າ ຈຶ່ງເໝາະແກ່ການກິນເພື່ອຄຸມໜັກ, ຄວບຄຸມນໍ້າຕານໃນເລືອດ ຫຼື ຫຼຸດຄວາມອ້ວນ, ມີກົດໝາກໄມ້ຫຼາຍ, ໃຊ້ເປັນສ່ວນປະສົມຂອງເຄື່ອງສຳອາງຊຳລະລ້າງຜິວກາຍ ແລະປ້ອງກັນການເກີດສິວ.


ສັບພະຄຸນຂອງໝາກເຟືອງ
– ໝາກ: ດັບກະຫາຍນຳ້, ແກ້ຮ້ອນໃນ, ຫຼຸດຄວາມຮ້ອນພາຍໃນຮ່າງກາຍ, ບັນເທົາອາການຂອງໜິ້ວໃນທາງເດີນປັດສາວະ, ຂັບຂີ້ກະເທີ່, ໃຊ້ກຳຈັດຄັນແຄ, ບຳລຸງເສັ້ນຜົມ, ຊ່ວຍໃຫ້ເລືອດແຂງໂຕງ່າຍ, ຊ່ວຍໃຫ້ນອນຫຼັບງ່າຍຂຶ້ນ ແລະບັນເທົາອາການເລືອດອອກຕາມຫວ່າງແຂ້ວ.


– ໃບ ແລະຮາກ: ປຸງກິນເປັນຢາດັບພິດຮ້ອນ ແລະແກ້ໄຂ້.
– ໃບສົດ: ຕຳໃຊ້ປົກຕຸ່ມອີສຸກອີໄສ, ຂີ້ກາກຂີ້ກ້ຽນ ແລະຕົ້ມນໍ້າອາບແກ້ຕຸ່ມຄັນ.
– ໃບອ່ອນ ແລະຮາກໝາກພ້າວ: ປະສົມເຂົ້າກັນແລ້ວຕົ້ມນໍ້າດື່ມແກ້ໄຂ້ຫວັດໃຫຍ່.
– ແກ່ນ ແລະຮາກ: ຕົ້ມກິນແກ້ຖອກທ້ອງ ແລະແກ້ເສັ້ນເອັນອັກເສບ.


ຂໍ້ຄວນລະວັງ: ໝາກເຟືອງມີກົດອອກຊາລິກສູງ ຜູ້ທີ່ມີບັນຫາກ່ຽວກັບໄຂ່ຫຼັງ ບໍ່ຄວນກິນໝາກເຟືອງ ເພາະຈະເຮັດໃຫ້ເກີດອາການນຂ້າງຄຽງໄດ້.
ຂໍ້ມູນຈາກ: ສາລະໜ້າຮູ້ Salanarhoo