ມາດາມ ໂບ ມອບເງິນອັດສີດເຖິງມື ນັກເຕະ ຢູ 23 ລາວ ທາງການ ຫຼັງລະດົມໄດ້ເຖິງ 100 ລ້ານກີບ

102

ກ່ອນໜ້ານີ້ ທີມຊາດລາວ ຢູຸ 23 ສາມາດຜ່ານເຂົ້າຮອບ 4 ທີມສຸດທ້າຍ ກ່ອນຄວ້າອັນດັບ 3 ຮ່ວມກັບ ທີມຊາດຕີມໍ ໃນການແຂ່ງຂັນບານເຕະ ຊີງແຊັມອາຊຽນ 2022 ທີ່ຜ່ານມາ ແລະ ທ່ານ ນາງ ພິຈິກາ ບຸນກວ້າງ ( ມາດາມ ໂບ ) ກໍປະກາດອັດສີດໃຫ້ 40 ລ້ານກີບ ແລະ ກໍສືບຕໍ່ລະດົມທຶນຈາກຫຼາຍພາກສ່ວນຈົນລະດົມໄດ້ເຖິງ 100 ລ້ານກີບ

ຫຼ້າສຸດ ທ່ານ ນາງ ພິຈິກາ ບຸນກວ້າງ ( ມາດາມ ໂບ ) ອະດີດປະທານສະໂມສອນບານເຕະໃນລາວ ແລະ ປັດຈຸບັນເປັນຮອງປະທານ ສະຫະພັນບານເຕະຄົນພິການ ໄດ້ມອບເງິນອັດສີດຈໍານວນ 100 ລ້ານກີບ ໃຫ້ກັບນັກເຕະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ສ້າງຜົນງານໂດດເດັ່ນຄວ້າອັນດັບ 3 ໃນການແຂ່ງຂັນບານເຕະຊີງແຊັມອາຊຽນ 2022 ຮຸ່ນອາຍຸບໍ່ເກີນ 23 ປີ (ເບິ່ງບົດສໍາພາດລຸ່ມນີ້)

ພິທີມອບເງິນອັດສີດຈັດຂຶ້ນທີ່ໂຮງແຮມ ແລນມາກ ໃນຕອນແລງຂອງວັນທີ 14 ມີນາ 2022 ໂດຍໃຫ້ກຽດມອບເງິນໂດຍ ທ່ານ ນາງ ພິຈິກາ ບຸນກວ້າງ ແລະ ຕ່າງໜ້າຝ່າຍຮັບແມ່ນ ທ້າວ ບຸນພະຈັນ ບຸນກອງ ກອງໜ້າທີມຊາດລາວ ຢູ 23 ຕ່າງໜ້ານັກເຕະທີມຊາດລາວ ໂດຍມີຄະນະສະຫະພັນບານເຕະແຫ່ງຊາດລາວ ແລະ ຜູ້ສະໜັບສະໜູນເຂົ້າຮ່ວມຢ່າງພ້ອມພຽງ ລວມເຖິງສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ສໍາລັບ ເງິນລາງວັນຈໍານວນ 100 ລ້ານກີບແມ່ນໄດ້ມາຈາກການຮວບຮວມຈາກຫຼາຍພາກສ່ວນ ທີ່ໃຫ້ການອັດສີດເປັນຕົ້ນແມ່ນ ນໍ້າດື່ມ ວັງວຽງ, ໂຮງແຮມແລນມາກ ແລະ ອີກຫຼາຍໆພາກສ່ວນ.