ວຽງຈັນ ເອັຟທີ ແບ່ງນໍ້າໃຈຊ່ວຍເຫຼືອອຸປະກອນກິລາ ສົ່ງເສີມການພັດທະນາບານເຕະໃຫ້ ເມືອງຫີນເຫີບ

90

ພິທີມອບ-ຮັບອຸປະກອນກິລາຫຼາຍລາຍການເພື່ອສົ່ງເສີມການພັດທະນານັກກິລາເຕະບານໃຫ້ເມືອງຫີນເຫີບ ມີບາດກ້າວທີ່ພົ້ນເດັ່ນຂຶ້ນກວ່າເກົ່າ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 12 ມີນາ ຜ່ານມາ ທີ່ສຳນັກງານປົກຄອງເມືອງຫີບເຫີບ ເປັນການກ່າວມອບ ຂອງທ່ານ ວິໄຊ ຜາຍພະກົມມາ ປະທານສະມາຄົມພໍ່ແມ່ຜູ້ປົກຄອງ ວຽງຈັນ ເອຟທີ ແລະ ກ່າວຮັບໂດຍທ່ານ ວອນ ວໍລະສານ ເຈົ້າເມືອງຫີນເຫີບ ມີທ່ານ ບຸນລັບ ເຄນກິຕິສັກ ຫົວໜ້າຄູຝຶກໃຫຍ່ ສໂມສອນ ວຽງຈັນ ເອຟທີ

ໃນໂອການດັ່ງກ່າວ ທັງສອງຝ່າຍກໍໄດ້ຮ່ວມກັນຈັດການແຂ່ງຂັນກິລາເຕະບານ ມິດຕະພາບ 4 ລາຍການ ຜ່ານການແຂ່ງຂັນຜົນປາກົດວ່າ: ຮຸ່ນອາຍຸ 8-10 ປີ ຫຼື ຢູ 8-10 ເມືອງຫີນເຫີບ ຊະນະ ວຽງຈັນ ເອຟທີ 3-0 ປະຕູ, ຢູ 10-13 ວຽງຈັນ ເອຟທີ ສະເໝີ ຫີນເຫີບ 0-0 ປະຕູ, ຢູ 14-16 ເມືອງຫີນເຫີບ ຊະນະ ວຽງຈັນ ເອຟທີ 2-0 ແລະ ທີມສະມາຄົມພໍ່ແມ່ຜູ້ປົກຄອງ ວຽງຈັນ ເອຟທີ ຊະນະ ທີມລວມຄະນະນຳ ເມືອງຫີນເຫີບ 3-1 ປະຕູ.

ສຳລັບເຄື່ອງອຸປະກອນກິລາທີ່ນຳໄປມອບໃຫ້ໃນຄັ້ງນີ້ ແມ່ນສາມາດລະດົມໄດ້ຈາກຄອບຄົວທ່ານ ບຸນລັບ ເຄນກິຕິສັກ ເສື້ອເຊຍລາວ ຈຳນວນ 50 ຜືນ ລວມມູນຄ່າ 1,7 ລ້ານກິບ, ທ່ານ ສົມພອນ ອິນທະວົງ ເຈົ້າຂອງໂຮງງານນໍ້າດື່ມ ຖົງພາຍ 50​ ໜ່ວຍ ມູນຄ່າ 500.000 ກີບ, ບໍລິສັດ ສົ່ງເສີມກະສິກຳ ຂາເຂົ້າ-ຂາອອກ ຫຼື ວີພີເອັດ ກະຕໍ້ 3 ໜ່ວຍ, ບານສົ່ງ 3 ໜ່ວຍ, ທີມງານເຕະບານ Office FC & Charity (OFFC) ບານເຕະ 5 ໜ່ວຍ ແລະ ກະຕໍ້ 3 ໜ່ວຍ ແລະ ສະມາຄົມພໍ່ແມ່ຜູ້ປົກຄອງ ວຽງຈັນ ເອຟທີ ຕາໜ່າງ ບານສົ່ງ 3 ກາງ ແລະ ຕາໜ່າງກະຕໍ້ 3 ກາງ ລວມມູນຄ່າ 5 ລ້ານກວ່າກີບ.