ໝາກຍົມ ເປັນຢາອາວຸວັດທະນະ, ບຳລຸງເລືອດ

420

ມື້ນີ້ເອົາໃຈຜູ້ທີ່ມັກກິນສົ້ມໂດຍສະເພາະ ເຊິ່ງນອກຈາກຈະກິນແຊບ, ສົດຊື່ນໃຈແລ້ວ ຍັງມີປະໂຫຍດຕໍ່ຮ່າງກາຍເຮົາອີກ ບາງຄົນອາດຍັງບໍ່ຮູ້ ແນະນໍານີ້ເລີຍ ໝາກຍົມ ເປັນໝາກໄມ້ທີ່ມີລົດສົ້ມ, ມີວິຕາມິນ C ສູງ ທີ່ສາມາດຕ້ານຫວັດໄດ້ດີ ລວມທັງມີລິດເດດໃນການສະກັດເສີມຫະ ດ້ວຍການກິນໝາກສຸກ ຫຼື ໝາກດິບກໍໄດ້.


ນອກຈາກນີ້ ໃນທາງການແພດ ໝາກຍົມຍັງເປັນຢາອາວຸວັດທະນະ, ບຳລຸງເລືອດ ດ້ວຍການໃຊ້ໝາກແກ່ມາຕຳ ດອງໃນເຊື່ອມຈົນຄົບ 3 ມື້ (ນຳ 1 ສ່ວນ, ນໍ້າຕານ 3 ສ່ວນ) ແລ້ວນຳມາກິນມື້ລະ 1 ບ່ວງແກງ).


ອັນທີ່ໜ້າສົນໃຈ ກໍຄື ໃບໝາກຍົມ ໃຊ້ແກ້ເບົາຫວານ ດ້ວຍການໃບສົດ ແລະຮາກໃບເຕີຍພໍປະມານ ນຳມາໃສ່ໝໍ້ ຕື່ມນໍ້າແລ້ວຕົ້ມເອົາແຕ່ນໍ້າມາດື່ມ ຈະຊ່ວຍໄປກະຕຸ້ນຕັບອ່ອນໃຫ້ແຂງແຮງ ແລະສາມາດຜະລິດນໍ້າຕານໃນພາວະສົມດຸນ ໂດຍບໍ່ຕ້ອງອາໄສ ອິນຊູລິນ ຈາກພາຍນອກ.


ສຳລັບສັບພະຄຸນຊ່ວຍຫຼຸດຄວາມດັນເລືອດ ແມ່ນໃຫ້ໃຊ້ໃບແກ່ພ້ອມກ້ານປະມານ 1 ກຳມື ນຳມາໃສ່ໝໍ້ ຕື່ມນຳ້ພໍຖ້ວມ, ໃສ່ນຳ້ຕານເລັກໜ້ອຍ ເພື່ອດັບຣົດຊາດເຝື່ອນ, ຕົ້ມໃຫ້ຟົດປະມານ 5 ນາທີ ແລ້ວນຳມາດື່ມຈົນຄວາມດັນເປັນປົກກະຕິ ແລ້ວຈຶ່ງເຊົາດື່ມ.

ຂໍ້ມູນຈາກ: ສາລະໜ້າຮູ້ Salanarhoo