ທ່ານ ຢູນ ຊອກ-ຢອນ ຊະນະການເລືອກຕັ້ງ ປະທານາທິບໍດີ ສ ເກົາຫຼີ

120

ສຳນັກຂ່າວຣອຍເຕີລາຍງານວ່າ ຜົນການນັບຄະແນນຍັງບໍ່ເປັນທາງການ ໃນການເລືອກຕັ້ງປະທານາທິບໍດີສາທາລະນະລັດເກົາຫຼີ ປາກົດວ່າ ທ່ານ ຢູນ ຊອກ-ຢອນ ຜູ້ສະມັກຈາກພັກພະລັງປະຊາຊົນ (PPP) ເຊິ່ງເປັນພັກຝ່າຍຄ້ານໃນສະພາ ສ ເກົາຫຼີ ໃນປັດຈຸບັນ ສາມາດເອົາຊະນະ ທ່ານ ອີ ແຈ-ຢອງ ຄູ່ແຂ່ງຄົນສຳຄັນຈາກພັກປະຊາທິປະໄຕເກົາຫຼີ (DPK) ເຊິ່ງເປັນພັກແກນນຳລັດຖະບານຊຸດປັດຈຸບັນດ້ວຍຄະແນນສຽງ 48,6% ຕໍ່ 47,8% ຫຼັງຈາກທີ່ນັບຄະແນນຜ່ານໄປໄດ້ 99,3% ໃນເວລາ 5:00 ໂມງຂອງວັນທີ 10 ມີນາ 2022 ຕາມເວລາທ້ອງຖິ່ນ.

ພາຍຫຼັງ ຮູ້ຜົນການນັບຄະແນນຍັງບໍ່ເປັນທາງການ, ທ່ານ ຢູນ ຊອກ-ຢອນ ກ່າວວ່າ: ລາວຈະເຮັດວຽກຮ່ວມກັບຝ່າຍຄ້ານ ເພື່ອລຶບຮອຍແຕກແຍກທາງດ້ານການເມືອງ ທີ່ແບ່ງເປັນຂົ້ວ ແລະ ຈະສ້າງຄວາມສາມັກຄີ, ພ້ອມທັງເອີ້ນການເລືອກຕັ້ງຄັ້ງນີ້ວ່າ “ເປັນໄຊຊະນະຂອງປະຊາຊົນຜູ້ຍິ່ງ ໃຫຍ່” ແລະ ການແຂ່ງຂັນໄດ້ສິ້ນສຸດລົງແລ້ວ, ພວກເຮົາຕ້ອງຈັບມືກັນ ເພື່ອສ້າງຄວາມສາມັກຄີໃຫ້ເກີດຂຶ້ນ ເພື່ອປະເທດຊາດ ແລະ ປະຊາຊົນ.

ໃນຂະນະທີ່ ທ່ານ ອີ ແຈ-ຢອງ ຍອມຮັບຄວາມປະລາໄຊ ແລະ ສະແດງຄວາມຍິນດີກັບຄູ່ແຂ່ງ ພ້ອມທັງຂໍໃຫ້ ປະທານາທິບໍດີຄົນໃໝ່ ຈົ່ງເອົາຊະນະຄວາມຂັດແຍ່ງທາງການເມືອງ ແລະ ເປີດຍຸກໃໝ່ແຫ່ງຄວາມສາມັກຄີ ແລະ ຄວາມປອງດອງ.