ລາວລີກ 1 ອາທິດນີ້ເລື່ອນ 1 ຄູ່, ຍັງເຫຼືອ 2 ຄູ່ 2 ສະໜາມ ທີ່ຈະແຂ່ງຂັນທ້າຍອາທິດນີ້

104

ສະຫະພັນບານເຕະແຫ່ງຊາດລາວ ປະກາດຂ່າວດ່ວນໃນຕອນເຊົ້າຂອງມື້ນີ້ວັນທີ 11 ມີນາ 2022 ວ່າ: ປົກກະຕິການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2022 ອາທິດທໍາອິດທີ່ຈະແຂ່ງຂັນໃນລະຫວ່າງວັນທີ 12-13 ມີນາ 2022 ມີ 3 ຄູ່ແຕ່ມີການເລື່ອນແຂ່ງຂັນອອກມາ 1 ຄູ່.

ໂດຍຄູ່ທີ່ເລື່ອນແມ່ນຄູ່ລະຫວ່າງ ເອສະຣາ ເອັຟຊີ ເປີດບ້ານຮັບການມາຢາມຂອງ ວຽງຈັນ ເອັຟຊີ ທີ່ຈະແຂ່ງຂັນທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ໃນເວລາ 16:00 ໂມງຂອງວັນທີ 13 ມີນາ 2022 ເຊິ່ງກຳນົດໃຫ້ການແຂ່ງຂັນນັດດັ່ງກ່າວກັບມາແຂ່ງຂັນຄືນໃນວັນທີ 30 ມີນາ 2022 ເວລາ 18:00 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16.

ສ່ວນອີກ 2 ຄູ່ທີ່ຕ້ອງແຂ່ງຂັນທ້າຍອາທິດນີ້ປະກອບມີ:
-ເວລາ 16:00 ໂມງຂອງວັນທີ 12 ມີນາ 2022 ຈໍາປາສັກ ເອັຟຊີ ເປີດບ້ານຮັບການມາຢາມຂອງ ຊ້າງນ້ອຍ ເອັຟຊີ ທີ່ສະໜາມກີລາແຂວງຈໍາປາສັກ
-ເວລາ 16:00 ໂມງຂອງວັນທີ 13 ມີນາ 2022 ກອງທັບ ເອັຟຊີ ເປີດບ້ານຮັບການມາຢາມຂອງ ມາສເຕີ 7 ເອັຟຊີ ທີ່ສະໜາມກີລາກອງທັບ ຫຼັກ 5
ເຊິ່ງທຸກໆນັດຂອງການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ສາມາດເບິ່ງການຖ່າຍທອດສົດຜ່ານທາງເວບໄຊ ELEVEN SPORTS https://elevensports.com/…/lao-football-federation-w9xgcz