ມາສເຕີ 7 ເອັຟຊີ ເປີດຕົວທີມພ້ອມເຊັນສັນຍາກັບຜູ້ສະໜັບສະໜູນ, ຫວັງແຊັມ ລາວລີກ 1

109

ມາສເຕີ 7 ເອັຟຊີ ເປີດຕົວສະໂມສອນ, ຊຸດແຂ່ງ ( ສີຂາວ, ເຫຼືອງ ແລະ ແດງ ) ແລະ ນັກເຕະຢ່າງເປັນທາງການ ໃນຕອນເຊົ້າວັນທີ 9 ມີນາ 2022 ທີ່ຫ້ອງການສະໂມສອນ ມາສເຕີ 7 ເອັຟຊີ ນອກນັ້ນຍັງໄດ້ 4 ພາກສ່ວນມາຊ່ວຍສະໜັບສະໜູນ ເພື່ອກຽມລຸຍການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2022 ທີ່ຈະເປີດສາກຂຶ້ນໃນທ້າຍອາທິດ.

ພິທີດັ່ງກ່າວໃຫ້ກຽດເຊັນສັນຍາໂດຍ ທ່ານ ພອນ ພົມມະຈັນ ປະທານສະໂມສອນ ມາສເຕີ 7 ເອັຟຊີ, ສ່ວນຝ່າຍຜູ້ສະໜັບສະໜູນປະກອບມີ ທ່ານ ວິຣະໄຊຄຳ ພິລາພັນເດຊ ຜູ້ອຳນວຍການບໍລິສັດ ອີຊູຊູລາວ ບໍລິການ ຈຳກັດ ຜູ້ດ່ຽວ, ທ່ານ ວັນປະເສີດ ວົງມະຫຼັດ ສູນອອກກຳລັງກາຍ ເປເລ້ຟິດເນັດ ຄຣັບ, ທ່ານ ພົມມາ ອອນສອນໄຊ ເຈົ້າຂອງຮ້ານຂາຍເຄື່ອງກີລາ ໂນອາ sports were ແລະ ທ່ານ ແກ້ວຕ້ອມ ແກ້ວຫຼ້າ ຜູ້ຈັດການ ບໍລິສັດ ນໍ້າດື່ມ ໄອເດຍລີ ຈຳກັດ ໂດຍມີຄະນະຂອງແຕ່ລະພາກສ່ວນ, ຄະນະຄູຝຶກ ແລະ ນັກກີລາຂອງ ມາສເຕີ 7 ເອັຟຊີ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

ຫຼັງເປີດຕົວສະໂມສອນ, ນັກເຕະ ແລະ ເຊັນສັນຍາກັບຜູ້ສະໜັບສະໜູນ ທ່ານ ພອນ ພົມມະຈັນ ປະທານສະໂມສອນ ມາສເຕີ 7 ເອັຟຊີ ໄດ້ໃຫ້ສໍາພາດກັບສື່ມວນຊົນວ່າ: ກ່ອນອື່ນກໍຢາກຂອບໃຈບັນດາສື່ມວນຊົນ ແລະ ຜູ້ສະໜັບສະໜູນທີ່ເຂົ້າມາຊ່ວຍພວກເຮົາ ຖືວ່າເປັນບາດກ້າວໃໝ່ຂອງ ມາສເຕີ 7 ເອັຟຊີ ທີ່ໄດ້ມີການກຽມທີມ ແລະ ປີນີ້ພວກເຮົາມີຄວາມພ້ອມຫຼາຍ ເນື່ອງຈາກພວກເຮົາມີທີມຄະນະຜູ້ບໍລິຫານທີ່ວ່າເປັນທາງການ ເພາະໃນປີທີ່ຜ່ານມາພວກເຮົາເຮັດແບບຄອບຄົວ ແນ່ນອນໝັ້ນໃຈວ່າ ມາສເຕີ 7 ເອັຟຊີ ຈະໄດ້ເຮັດດີກວ່າປີທີ່ຜ່ານມາ (ເບິ່ງຄລິບເພີ່ມຕື່ມ)

ມາສເຕີ 7 ເອັຟຊີ ແມ່ນໄດ້ແຕ່ງຕັ້ງ ທ່ານ ຈັນດາລາພອນ ລຽບວິໄຊ ເປັນຫົວໜ້າຄູຝຶກ, ​ສ່ວນນັກນັກເຕະແມ່ນມີ 26 ຄົນມີດັ່ງນີ້: ແກ້ວວຽງເພັດ ລິດທິເດດ,​ ບຸນທະວີ ສີປະສົງ, ພອນສະຫວັນ ສີຫາລາດ, ສາຍຊົນ ຂຸນຊໍານານ, ພຸດດາວີ ພົມມະສານ, ເກດສະດາ ສຸກສະຫວັນ, ສຸກອຳພັນ ພົມມະລິວົງ, ສຸກທະວີ ສູນດາລາ, ພົມມາ ອ່ອນສອນໄຊ, ວານຸ ກິດຕິສັກ, ເຊັນ ມະໄລທອງ, ຊາຍ ແສງທອງ, ອານຸລັກ ວິລາຜົນ,​ RAFEL DE SA RODRIGUES ຊາວບຣາຊິນ, ABDUL KANU ຊາວເຊຍຣາລີໂອນ, ແອັດ ວຽງຄຳ, ສອນສະນິດ ພົມມະຈັນ, ບຸນປະເສີດ ທຳມະຂັນ, ເທນ່າ ພັນທະວົງ, ທອງສະຫວັນ ວັນນະໄຊ, ຄິດສາຄອນ ຈຳປາທອງ,​ MURPHY ALABI EBEDI ຈາກໄນຈີເຣຍ, ໂຈ້ ສູລິຍະແສງ, ໄຊຍະສິດ ສິງສະຫວ່າງ, ພະເສົາ ສີໂນນະລາດ ແລະ ເພັດສະຫວັນ ບຸນສຸລິນ.

ສໍາລັບ ມາສເຕີ 7 ເອັຟຊີ ເປັນອີກ 1 ຕົວເຕັງສໍາລັບ ເປບຊີ ລາວລີກ 1 ລະດູການນີ້, ສ່ວນຜົນງານໃນປີຫຼ້າສຸດທີ່ໃນກໍຄື ລາວລີກ 1 ປີ 2020 ສາມາດຍາດໄດ້ອັນດັບ 2 ຈາກຜົນງານລົງສະໜາມ 12 ນັດຊະນະ 7, ສະເໝີ 2 ແລະ ເສຍ 1 ນັດມີ 25 ຄະແນນຕາມຫຼັງແຊັມກໍຄື ລາວໂຕໂຕຢ້າ ເອັຟຊີ ທີ່ມີ 32 ຄະແນນ, ສ່ວນ ຕາຕະລາງແຂ່ງຂັນນັດທໍາອິດຂອງ ມາສເຕີ 7 ເອັຟຊີ ລະດູການ 2022 ມີນັດບຸກໄປຢາມ ກອງທັບ ເອັຟຊີ ໃນວັນທີ 13 ມີນາ 2022 ເວລາ 16:00 ໂມງທີ່ສະໜາມກີລາກອງທັບ ຫຼັກ 5.
ຂ່າວ: ຫຼ້າ MKP; ຮູບ: ສຸນັນໄຊ