ນະຄອນຫຼວງວຽງຈັນມື້ນີ້ ພົບຜູ້ຕິດເຊື້ອໂຄວິດໃໝ່ 225 ຄົນ

35

ຄະນະສະເພາະກິດ, ກະຊວງສາທາລະນະສຸກລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 11 ມີນາ ປີ 2022 ວ່າມາຮອດວັນທີ 10 ມີນາ 2022 ໄດ້ກວດວິເຄາະທັງໝົດ 2.437 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 413 ຄົນ (ຕິດເຊື້ອພາຍໃນ 384 ຄົນ ແລະ ນໍາເຂົ້າ 29 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 384 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 225 ຄົນ, ສະຫວັນນະເຂດ 40 ຄົນ, ຊຽງຂວາງ 24 ຄົນ, ຫົວພັນ 18 ຄົນ, ວຽງຈັນ 14 ຄົນ, ໄຊສົມບູນ 9 ຄົນ, ອັດຕະປື 8 ຄົນ, ຈຳປາສັກ 7 ຄົນ


ເຊກອງ 7 ຄົນ, ໄຊຍະບູລີ 5 ຄົນ, ຄຳມ່ວນ 5 ຄົນ, ຫຼວງພະບາງ 5 ຄົນ, ສາລະວັນ 4 ຄົນ, ບໍລິຄຳໄຊ 4 ຄົນ, ບໍ່ແກ້ວ 3 ຄົນ, ຫຼວງນ້ຳທາ 3 ຄົນ ແລະ ອຸດົມໄຊ 3 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 29 ຄົນ ຈາກ ສະຫວັນນະເຂດ 16 ຄົນ, ຫົວພັນ 8 ຄົນ, ນະຄອນຫຼວງ 3 ຄົນ ແລະ ຈຳປາສັກ 2 ຄົນ ແລະ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.


ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 145.507 ຄົນ, ອອກໂຮງໝໍວານນີ້ 33 ຄົນ, ກຳລັງປິ່ນປົວ 1.680 ຄົນ ແລະ ເສຍຊີວິດທັງໝົດ 640 ຄົນ (ເສຍຊິວິດໃໝ່ 3 ຄົນ ຈາກບໍລິຄຳໄຊ 1 ຄົນ, ຫຼວງພະບາງ 1 ຄົນ ແລະ ຊຽງຂວາງ 1 ຄົນ).