ອິນເດຍ ຫວັງເປັນຜູ້ຜະລິດສະມາດໂຟນລາຍໃຫຍ່ ອັນດັບຕົ້ນໆຂອງໂລກ

55

ສຳນັກຂ່າວຊິນຮວາລາຍງານວ່າ: ທ່ານ ນາເຣນທຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍໄດ້ກ່າວ ໃນລະຫວ່າງເຂົ້າຮ່ວມພິທີສະເຫລີມສະຫລອງວັນສ້າງຕັ້ງມະຫາວິທະຍາໄລຊິມໄບໂອຊິສ (Symbiosis University) ຄົບຮອບ 50 ປີ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ເມືອງປູ ວ່າ: ອິນເດຍ ກຽມກ້າວຂຶ້ນ ເປັນຜູ້ນຳລະດັບໂລກທາງດ້ານອຸດສາຫະກຳ ໂດຍສະເພາະການຜະລິດໂທລະສັບ ຫຼື ສະມາດໂຟນ.

ໃນໄລຍະ 7 ປີຜ່ານມາ ອິນເດຍ ມີບໍລິສັດຜະລິດ ໂທລະສັບ ມືຖືພຽງແຕ່ 2 ແຫ່ງແຕ່ປັດຈຸບັນ ມີໂຮງງານຜະລິດໂທລະສັບ ຫຼາຍກວ່າ 200 ແຫ່ງ, ອິນເດຍກຳລັງພັດທະນານະວັດຕະກຳ ໃໝ່ໆທີ່ມີອິດທິພົນຕໍ່ທົ່ວໂລກ. ນອກຈາກນີ້ ທ່ານ ນາເຣນທຣາ ໂມດີ ຍັງຮຽກຮ້ອງໃຫ້ບັນດານັກສຶກສາ ຈົ່ງໃຊ້ປະໂຫຍດ ໃນການເປີດ ກວ້າງຂະແໜງການອຸດສາຫະກຳ ໃຫ້ມີ ຫຼາກຫຼາຍຮູບແບບ ເປັນຕົ້ນ ການປະຕິຮູບ ລະບົບສື່ສານທີ່ໃຊ້ ໂດຣນ, ເຊມິຄອນດັກເຕີ ແລະ ເຕັກໂນໂລຊີ ອາວະກາດ.