ບໍລິສັດບົວລະພາ ລົງນາມດັດແກ້ເພີ່ມຟື້ນທີ່ສໍາປະທານປູກໄມ້ອຸດສາຫະກຳ

166

ພິທີລົງນາມດັດແກ້ ແລະ ເພີ່ມເນື້ອທີ່ສໍາປະທານຈໍານວນ 60.000 ເຮັກຕາ ຢູ່ແຂວງວຽງຈັນ ແລະ ແຂວງໄຊຍະບູລີ ເຂົ້າໃນສັນຍາສໍາປະທານໂຄງການປູກໄມ້ອຸດສາຫະກໍາຢູ່ເຂດປ່າຜະລິດແຫ່ງຊາດທີ່ມີສະພາບເຊື່ອມໂຊມ ແລະ ປອກໂຫຼ້ນຢູ່ແຂວງວຽງຈັນ ສະບັບລົງວັນທີ 31 ກໍລະກົດ 2020 ລະຫວ່າງລັດຖະບານ ກັບ ບໍລິສັດ ບົວລະພາກະສິກໍາ-ປ່າໄມ້ ຈໍາກັດ ມີຂຶ້ນວັນທີ 9 ມີນາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ.

ໂດຍການລົງນາມລະຫວ່າງທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ສຸໄພວັນ ທ່ຽງຈັນໄທ ຮອງຜູ້ອໍານວຍການບໍລິສັດບົວລະພາກະສິກໍາ-ປ່າໄມ້ ຈໍາກັດ ມີທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.


ໃນພິທີ ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ໃຫ້ຮູ້ວ່າ: ບໍລິສັດບົວລະພາໄດ້ຮັບອະນຸຍາດຈາກລັດຖະບານໃຫ້ສຳປະທານເນື້ອທີ່ດິນປ່າຜະລິດທີ່ຊຸດໂຊມຈຳນວນ 60.000 ເຮັກຕາ ເພື່ອນໍາໃຊ້ເຂົ້າໃນການປູກໄມ້ອຸດສາຫະກຳຮັບໃຊ້ໃຫ້ແກ່ການຜະລິດຂອງບໍລິສັດ ເຊິ່ງບັນຫານີ້ໄດ້ສະແດງໃຫ້ເຫັນເຖິງ ຄວາມເປັນຫ່ວງເປັນໃຍຂອງພັກ ແລະ ລັດຖະບານກໍຄືການນໍາທຸກຂັ້ນທີ່ເວລາໃດກໍໄດ້ເອົາໃຈໃສ່ໃນການດໍາເນີນທຸລະກິດຂອງບໍລິສັດຕະຫຼອດມາ ເປັນເວລາ 30 ກວ່າປີ ບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ໄດ້ສ້າງຕັ້ງຂຶ້ນຢູ່ ສປປ ລາວ ໂດຍແມ່ນການລົງທຶນຂອງນັກທຸລະກິດລາວ ແລະ ຊູແອັດ ເລີ່ມແຕ່ປີ 2000 ໄດ້ສ້າງຕັ້ງໂຮງງານປຸງແຕ່ງໄມ້ຄົບວົງຈອນຢູ່ບ້ານແສນອຸດົມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ປຸງແຕ່ງຜະລິດຕະພັນສຳເລັດຮູບຫຼາກຫຼາຍລາຍການຕາມການສັ່ງຈອງຂອງລູກຄ້າ ຈາກ “ໄມ້ວິກ ໄມ້ກະຖິນແລະໄມ້ສັກ” ຂາຍພາຍໃນ ແລະ ສົ່ງອອກຫຼາຍກວ່າ 20 ປະເທດໃນໂລກ.


ໄລຍະທີ 1 ແລະ 2 ບໍລິສັດໄດ້ລົງທຶນປັບປຸງໂຮງງານປຸງແຕ່ງໄມ້ຄົບວົງຈອນ ແລະ ສຸມໃສ່ຂະຫຍາຍພື້ນທີ່ປູກໄມ້ໄປແລ້ວປະມານ 26 ລ້ານໂດລາ ເພື່ອໃຫ້ໄດ້ວັດຖຸດິບພຽງພໍຕາມຄວາມຕ້ອງການ ສ່ວນໂຮງງານໄມ້ອັດໄດ້ລົງທຶນທັງໝົດພ້ອມທິມຕັດໄມ້ມຸນຄ່າ 20 ລ້ານໂດລາ ທີ່ສຳເລັດການກໍ່ສ້າງໃນກາງປີ 2021 ແລະ ໄດ້ເລີ່ມທົດລອງຜະລິດ ມາຮອດປັດຈຸບັນໄດ້ພຽງແຕ່ 60%.

ທ້າຍເດືອນມິຖຸນາ ປີ2021 ທີ່ຜ່ານມາໄດ້ລອງສົ່ງຜະລິດຕະພັນໄມ້ອັດໄປປະເທດອົດສະຕາລີ ອີນເດຍ ແລະ ໄທ ຖ້າໂຮງງານແຫ່ງນີ້ ສາມາດຜະລິດເຕັມຮູບແບບໃນແຕ່ລະປີມີຄວາມຕ້ອງການວັດຖຸດິບປະມານ 130.000-185.000 ແມັດກ້ອນ ຜົນຜະລິດ 55.000 ແມັດກ້ອນ ແລະ ມີການຄາດຄະເນລາຍຮັບເຖິງ 24-30 ລ້ານໂດລາ ຈະສາມາດມອບພັນທະໃຫ້ລັດໄດ້ປະມານ 4-6 ລ້ານໂດລາ ຕ້ອງການແຮງງານເຖິງ 400 ຄົນ ແລະ ແຮງງານປິ່ນອ້ອມວຽກງານດັ່ງກ່າວປະມານ 1.500 ຫາ 2.500 ຄົນຕໍ່ປີ.

ຮອດປັດຈຸບັນມີເນື້ອທີ່ປູກໄມ້ແລ້ວປະມານ 5.500 ເຮັກຕາ ສ່ວນໄລຍະທີ 3 ເປົ້າໝາຍໃນອະນາຄົດຈະສ້າງໂຮງງານອຸດສາຫະກຳລະລາຍເຍື້ອໄມ້ທີ່ທັນສະໄໝ ເພື່ອນຳໄປປຸງແຕ່ງເປັນແຜ່ນແພ ວັດສະດຸຫຸ້ມຫໍ່ ເຍື້ອເຈັ້ຍ ເຫຼົ້າ 90 ສານເຄມີສຳລັບປະສົມຜະລິດຊີມັງ ໄຟຟ້າ ແລະ ອື່ນໆ ຈະກ້າວໄປໃຫ້ເຖິງຈຸດນີ້ ໄດ້ຕ້ອງມີເນື້ອທີ່ປູກໄມ້ໃຫ້ໄດ້ 60 ພັນເຮັກຕາ ໂດຍຈະໃຊ້ທຶນທັງໝົດປະມານ 1 ຕື້ໂດລາ ມາຮອດປະຈຸບັນນີ້ນັກລົງທຶນຂອງບໍລິສັດແມ່ນພວມກະກຽມທຶນຮອນ ບຸກຄະລາກອນເຕັກໂນໂລຊີ ແລະ ຕະຫຼາດ ກິດຈະການດັ່ງກ່າວນີ້ຈະປະສົບຜົນສຳເລັດໄດ້ແມ່ນຕ້ອງການການສະໜັບສະໜູນຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນໄດ້ຮັບການຊີ້ນໍາຈາກພາກລັດຂັ້ນສູນກາງ ຂະແໜງການຕ່າງໆ ແລະ ທ້ອງຖິ່ນ.


ທ່ານກ່າວວ່າ: ປີນີ້ ບໍລິສັດບົວລະພາ ກະກຽມປູກໄມ້ ໃນເນື້ອທີ່ບໍລິສັດ ກະກຽມໄວ້ ໂດຍຕັ້ງເປົ້າບໍ່ໃຫ້ຫຼຸດ 1 ພັນເຮັກຕາ, ສ່ວນເບ້ຍໄມ້ທີ່ຈະແຈກປະຊາຊົນ ປະມານ 50 ພັນເບຍ ທັງນີ້ ຜູ້ທີ່ສົນໃຈ ສາມາດເຂົ້າມາ ລົງທະບຽນ ນໍາບໍລິສັດໄດ້ ເພື່ອຂຶ້ນແຜນກະກຽມໃຫ້ ໄດ້ຕາມເປົ້າໝາຍ.