ໝາກເຜັດ ກັບຄຸນປະໂຫຍດຕໍ່ຮ່າງກາຍ ທີ່ຫຼາຍທ່ານອາດຍັງບໍ່ຮູ້

282

ເວົ້າເລື່ອງລົດຊາດຂອງອາຫານ, ຫຼາຍໆຄົນຕ່າງກໍມັກຕ່າງກັັນ ບາງຄົນກໍກິນຈາງ, ກິນເຄັມ ກິນເຜັດ ເຊິ່ງແຕ່ລະລົດຊາດຍ່ອມມີຜົນລັບຕໍ່ຮ່າງກາຍທີ່ແຕກຕ່າງກັນ ມື້ນີ້ຈະມາແນະນໍາສໍາລັບໃຜທີ່ວ່າມັກກິນເຜັດ ເຊິ່ງກໍມີຜົນດີ ແລະ ບໍ່ດີຕໍ່ຮ່າງກາຍແບບນີ້

ການກິນໝາກເຜັດຫຼາຍເກີນໄປ ໂດຍສະເພາະໃນເວລາທ້ອງວ່າງ ພ້ອມທັງກິນບໍ່ຖືກເວລາລ້ວນແຕ່ໃຫ້ໂທດໄດ້, ແຕ່ຖ້າຮູ້ຈັກກິນຢ່າງຖືກວິທີ ທ່ານກໍຈະໄດ້ປະໂຫຍດຈາກຄວາມເຜັດນັ້ນ.

ຄວາມຈິງແລ້ວ ໝາກເຜັດຊ່ວຍປ້ອງກັນຫົວໃຈ ໂດຍວິຕາມິນສຳຄັນ ກໍຄື: ວິຕາມິິນ A, C, ແຄວຊຽມ ແລະ ທາດເຫຼັກ ທີ່ມີຫຼາຍໃນໝາກເຜັດດິບ ແລະມາກເຜັດແຫ້ງ. ແຕ່ຖ້າທ່ານເປັນຫ່ວງເລື່ອງຄວາມເຜັດຫຼາຍເກີນໄປ ກໍໃຫ້ກິນມາກເຜັດໃຫຍ່ແທນ. ນອກຈາກນີ້ ມັນຍັງຊ່ວຍຂະຫຍາຍລອດເລືອດ ເພາະມີເຄມີຊ່ວຍໄລ່ຂີ້ກະເທີ່ ແລະເປີດຮູຄໍໃຫ້ໂລ່ງຂຶ້ນ. ສ່ວນຄົນທີ່ເປັນພູມແພ້ ກໍ່ສາມາດຊ່ວຍໄດ້ດີ, ແຕ່ຖ້າເປັນເດັກນ້ອຍ ໃຫ້ກິນພິກໄທແທນ ຫຼື ໃຊ້ຫົວຜັກບົ່ວໃຫຍ່ທີ່ເຜັດອ່າວໜ້ອຍ.

ອີກດ້ານນຶ່ງ ໝາກເຜັດຍັງຊ່ວຍໄລ່ຈຸລັງຂອງມະເຮັງ ຄື ພຽງແຕ່ໝາກເຜັດຜົງກໍສາມາດຊ່ວຍກຳຈັດຈຸລັງມະເຮັງໄດ້ ໂດຍສະເພາະມະເຮັງຕ່ອມລູກມາກໃນຜູ້ຊາຍ ແລະມະເຮັງຜິວໜັງກັບມະເຮັງລຳໄສ້ໃຫຍ່ນຳອີກ ເພາະໝາກເຜັດໃຫຍ່ຊ່ວຍລ້າງສານພິດໃຫ້ຮ່າງກາຍໄດ້ ທັງໝາກເຜັດຜົງ ແລະໝາກເຜັດດິບ, ແຕ່ໝາກເຜັດດິບຈະໃຫ້ຄຸນປະໂຫຍດສູງກວ່າ.

ຄວາມເຜັດຂອງໝາກເຜັດຈະຊ່ວຍຫຼຸດໄຂມັນ, ປ້ອງກັນເລືອດກ້າມ ແລະຊ່ວຍຄຸມນຳ້ໜັກ ເພາະເຮັດໜ້າທີ່ເຜົາຜານພະລັງງານໃຫ້ນຳ. ການກິນໝາກເຜັດ ໃຫ້ຜົນໃນການຫຼຸດຄວາມກ້າມຂອງເລືອດໄດ້ ພ້ອມທັງປອດໄພຕາມສານພິດຕົກຄ້າງ ເຊິ່ງບໍ່ຄືກັບການກິນຢາ. ບໍ່ພຽງເທົ່ານີ້ ມັນຍັງສາມາດຫຼຸດອາການປວດໄດ້ ເນື່ອງຈາກສານແຄັບໄຊຊິນ ແລະ ເຄີຄິວມິນໃນໝາກເຜັດ ສາມາດແກ້ອັກເສບໄດ້ ຈຶ່ງເໝາະກັບຜູ້ທີ່ມີອາການປວດ ໄປຈົນເຖິງແສບຮ້ອນຈາກການອັກເສບຕາມພາກສ່ວນຕ່າງໆຂອງຮ່າງກາຍໄດ້.

ໝາກເຜັດຍັງສາມາດສ້າງຄວາມສົດຊື່ນຫ້າວຫັນໄດ້ ເພາະສ້າງເອັນໂຕຟິນ ທີ່ເປັນເຄມີແຫ່ງຄວາມສົດຊື່ນຫ້າວຫັນອອກກມາພາຍຫຼັງຈາກທີ່ກິນໝາກເຜັດໄປບໍ່ໄດ້ດົນ ທ່ານລອງສັງເກດອາການຫຼັງຈາກກິນໝາກເຜັດ ຈະມີເຫື່ອອອກແລ້ວສະບາຍໂຕຂຶ້ນທັນທີ ແລະສຸດທ້າຍຄວາມເຜັດຊ່ວຍຮຽກນຳ້ຍ່ອຍ ເຮັດໃຫ້ຈະເລີນອາຫານ.

ຂອບໃຈຂໍ້ມູນຈາກ: ສາລະໜ້າຮູ້ Salanarhoo

ຮຽບຮຽງ: ເມລີ

ພາບ: GooGle