ລັດຖະບານອະນຸຍາດ 2 ບໍລິສັດ ຮ່ວມລົງທຶນພັດທະນາແຮ່ທາດ

201

ລັດວິສາຫະກິດພັດທະນາແຮ່ທາດລາວ ແລະ ບໍລິສັດ ອານາໄມ ຣິສອດເສັສ ລາວ ຈຳກັດ ໄດ້ຮັບອະນຸຍາດຈາກລັດຖະບານ ໃນການ ຊອກເຂດທີ່ມີທ່າແຮງ ດ້ານແຮ່ທາດຮ່ວມກັນເພື່ອນໍາສະເໜີສໍາປະທານ ໃນຂັ້ນຕອນຕໍ່ໄປ.

ພິທີເຊັນສັນຍາຮ່ວມມື ເພື່ອຂໍອະນຸຍາດສຳປະທານກັບລັດຖະບານ ໃນການລົງທຶນພັດທະນາແຮ່ທາດ ຂຶ້ນໃນວັນທີ 9 ມີນາ 2022 ທີ່ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ ລົງນາມເຊັນໂດຍ ທ່ານ ບຸນຍົງ ສີດາວົງ ຜູ້ອຳນວຍການລັດວິສາຫະກິດ ພັດທະນາແຮ່ທາດລາວ ແລະ ທ່ານ ດີດີເອ ຊອງຄອດ ຟໍເຮັນ ປະທານບໍລິສັດ ບໍລິສັດ ອານາໄມ ຣິສອດເສັສ ລາວ ຈຳກັດ (Annamite Resources Laos Co,Ltd) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍຄະນະນໍາຂອງກະຊວງ, ຄະນະຜູ້ບໍລິຫານ ແລະ ພະນັກງານກ່ຽວຂ້ອງທັງ 2 ບໍລິສັດເຂົ້າຮ່ວມ.


ທ່ານ ບຸນຍົງ ສີດາວົງ ກ່າວວ່າ: ການຕົກລົງຮ່ວມມືດັ່ງກ່າວນີ້ ແມ່ນໄດ້ຜ່ານການສຶກສາ ເຊິ່ງກັນ ແລະ ກັນ, ບໍລິສັດອານາໄມ ຣິສອດເສັສ ລາວ ເປັນບໍລິສັດໜຶ່ງທີ່ມີຄວາມພ້ອມທີ່ດີ ແລະ ມີຄວາມຕັ້ງໃຈຢາກເຂົ້າມາລົງທຶນດ້ານທໍລະນີສາດ ແລະ ບໍ່ແຮ່ ຢູ່ ສປປ ລາວ ແທ້, ບວກກັບຄວາມພະຍາຍາມບືນຕົວຂອງ ລັດວິສາຫະກິດ ພັດທະນາແຮ່ທາດລາວ ໃນການຊອກຫາກະໂອກາດ ເພື່ອກໍສ້າງຕົນເອງໃຫ້ມີຄວາມເຂັ້ມແຂງ ເພື່ອກ້າວຂຶ້ນເປັນວິສາຫະກິດໜຶ່ງທີ່ສາມາດເປັນກອງເສນາທິການທີ່ດີຂອງກະຊວງພະລັງງານ ແລະ ບໍ່ແຮ່ ກໍຄື ຂອງລັດຖະບານ ສາມາດປະກອບສ່ວນອັນສຳຄັນໃນຂະບວນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ອັນແສນຮັກຂອງພວກເຮົາ.

ທ່ານ ບຸນຍົງ ສີດາວົງ ໃຫ້ຮູ້ຕື່ມອີກວ່າ: ການຮ່ວມມືຈະປາກົດເປັນຮູບປະທໍາໄດ້ ກໍຕໍ່ເມື່ອພວກເຮົາຈະຕ້ອງໄດ້ຮັບອະນຸຍາດສໍາປະທານຈາກລັດຖະບານ ໃນການດຳເນີນໂຄງການສໍາຫຼວດ ແລະ ພັດະນາບໍ່ແຮ່ ຮ່ວມກັນ. ສະນັ້ນ, ການຊອກຫາເຂດແຮ່ທາດ ເພື່ອນໍາສະເໜີຫາລັດຖະບານ ແມ່ນເປັນບັນຫາສໍາຄັນຕົ້ນຕໍຂອງພວກເຮົາ, ຫວັງຢ່າງຍິ່ງ ແລະ ເຊື່ອໝັ້ນຢ່າງສູງວ່າ ໂດຍພາຍໃຕ້ການສະໜັບສະໜູນ ຈາກການນໍາກະຊວງພະລັງງານ ແລະ ບໍ່ແຮ່ ແລະ ບັນດາພາກສ່ວນຕ່າງໆ ຈະຕ້ອງເຮັດໃຫ້ເປົ້າໝາຍການຮ່ວມມື ຂອງສອງບໍລິສັດພວກເຮົາປະກົດຜົນເປັນຈິງໄດ້ຢ່າງແນ່ນອນ ແລະ ຂໍຢັ້ງຢືນຕໍ່ບັນດາທ່ານວ່າ ພວກເຮົາຈະສຸມທຸກຄວາມສາມາດທີ່ຕົນມີ ຮ່ວມມື ບໍລິສັດອານາໄມ ຣິສອດເສັສ ລາວ ຈັດຕັ້ງປະຕິບັດເປົ້າໝາຍຂອງສັນຍາຮ່ວມມືສະບັບນີ້ ກໍຄືສັນຍາສຳປະທານກັບລັດຖະບານ ໃນອະນາຄົດດ້ວຍຄວາມຮັບຜິດຊອບສູງ ເພື່ອເກີດຜົນປະໂຫຍດສູງສຸດ.


ທ່ານ ດີດີເອ ຊອງຄອດ ຟໍເຮັນ ກ່່າວວ່າ: ບໍລິສັດ ອານາໄມ ຣິສອດເສັສ ໄດ້ສ້າງຕັ້ງຢູ່ປະເທດສິງກະໂປ 2019 ແລະ ໄດ້ມີການຂະຫຍາຍຕົວແບບກ້າວກະໂດດໃນປີ 2020 ພ້ອມທັງໄດ້ສ້າງຕັ້ງບໍລິສັດໃນປະເທດລາວ ເຊິ່ງໃນໄລຍະເວລາອັນສັ້ນທາງບໍລິສັດພວກເຮົາໄດ້ມີຜົນສຳເລັດຫຼາຍ ໂດຍສະເພາະໃນການຮ່ວມມືກັບລັດວິສາຫະກິດແຮ່ທາດລາວໃນຄັ້ງນີ້ ແລະ ຄາດວ່າດ້ານການປະຕິບັດ ແມ່ນຈະໄດ້ຮ່ວມກັບລັດວິສາຫະກິດແຮ່ທາດລາວ ເລີ່ມການສຳຫຼວດຂຸດຄົ້ນໃຫ້ໄວ້ທີ່ສຸດ ແລະ ຈະໃຫ້ຄວາມສຳຄັນໃນການສຳຫຼວດຊອກຄົ້ນໃຫ້ຖືກວິທີ ໂດຍທີ່ບໍ່ມີຜົນກະທົບຕໍ່ປະຊາຊົນ, ສິ່ງແວດແລ້ວ, ພ້ອມຈະປະສານງານກັບອົງການຈັດຕັ້ງທ້ອງຖິ່ນ ໂດຍແນ່ໃສ່ການຈັດຈ້າງຫາງານໃຫ້ປະຊາຊົນທ້ອງຖິ່ນໃຫ້ໄດ້ຫຼາຍທີ່ສຸດ ແລະ ສະໜັບສະໜູນການພັດທະນາຊຸມຊົນ.