ທຳຄວາມຮູ້ຈັກ ມິນລະດາ ແອ໋ງມະນີ Miss Queen Laos 2022 ຄົນຫຼ້າສຸດ

229

ວ້າວ! ງາມ ແຖມທັດສະນະຄະຕິດີ, ການສຶກສາດີ ສົມມົງກຸດເປັນທີ່ສຸດເລີຍ ສໍາລັບ ມິນລະດາ ແອ໋ງມະນີ ຫຼື ມິນນີ້ Miss Queen Laos 2022 ເຊິ່ງຫາກໍໄດ້ຮັບຕຳແໜ່ງມາໃໝ່ໆໝາດໆເລີຍ ສໍາລັບຄົນນີ້ ປັດຈຸບັນອາຍຸ 26 ປີ ແລະ ກຳລັງສຶກສາປະລິນຍາໂທທີ່ ສປ ຈີນ ສາຂາ account banking ແຕ່ຍ້ອນສະຖານະການໂຄວິດ – 19 ເລີຍໄດ້ດ໋ອບການຮຽນລົງ ແລະ ຫັນມາຊ່ວຍທຸລະກິດຄອບຄົວ ແລະ ມີຮ້ານສັ່ງຕັດເກີບອອນລາຍ ຊື່ວ່າ MChoo ເປັນຂອງຕົນເອງ.

ຈາກທີ່ ມິນນີ້ ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງ ແມ່ນໄດ້ເລົ່າໃຫ້ຟັງວ່າ: ຜົນງານທີ່ຜ່ານມາຂອງນ້ອງເອງແມ່ນໄດ້ປະສົບຜົນສຳເລັດກັບເວທີ Miss Universeimfire 2019, ໄດ້ລາງວັນແຕ່ງກາຍດີເດັ່ນຂອງການປະກວດຜ້າໄໝສອງຝັ່ງຂອງ ລາວ – ໄທ, ໄດ້ມີໂອກາດປະກວດເວທີສາວສອງລະດັບປະເທດ Power Queen Laos 2022 top 6 & fast tags, ມີໂອກາດໄປ Cover ເພງ ຢາກນ້ອຍກໍ່ເຄີຍຮັກກັນ ແລະ ຄວາມຮູ້ສຶກບອກ ລົງທາງຊ່ອງ WonderMinnie  ແລະ ກໍງານເດີນແບບທົ່ວໄປອີກດ້ວຍ.

ທີ່ສໍາຄັນ ມິນນີ້ ແມ່ນມີຄວາມສາມາດເວົ້າໄດ້ຫຼາຍກວ່າ 4 ພາສາ ຄື: ລາວ, ໄທ, ຈີນ, ອັງກິດ ແລະ ຍີ່ປຸ່ນ ແລະ ນີ້ຍັງບໍ່ລວມພາສາຊົນເຜົ່າ ເພາະມິນນີ້ເປັນຄົນຊົນເຜົ່າໄທດຳຫໍ້ ( ເປັນຊົນເຜົ່າທີ່ຢູ່ທາງຫຼວງນ້ຳທາ ). ນອກນັ້ນ, ຍັງສາມາດຮ້ອງເພງໄດ້ເປັນ 2 ສຽງ ທັງສຽງຍິງ ແລະ ຊາຍ ນໍາອີກ.

ໃນມຸມມອງຂອງສັງຄົມຢາກໃຫ້ເບິ່ງສາວສອງ ໃນມຸມອື່ນແດ່ ບໍ່ແມ່ນວ່າເຫັນເປັນໄດ້ພຽງນາງໂຊ, ຊ່າງແຕ່ງໜ້າ ຢາກໃຫ້ເຫັນໃນມຸມຂອງສາວສອງ ຫຼື ເພດທີ່ສາມ ວ່າມີສັກກະຍະພາບບໍ່ຕ່າງຈາກຄົນທົ່ວໄປ ຈຶ່ງຢາກໃຫ້ເປີດໂອກາດໃໝ່ໆ ໃຫ້ມີບົດບາດທາງສັງຄົມໃຫ້ຫຼາຍຂຶ້ນ ບໍ່ວ່າຈະແມ່ນໜ້າວຽກ ເຮັດກິດຈະກຳຕ່າງໆ ເພາະວ່າບາງອົງກອນຍັງບໍ່ທັນໃຫ້ໂອກາດ ພຽງເພາະເພດສະພາບບໍ່ກົງກັບຄຳນຳໜ້າ ແລະ ຖ້າໃຫ້ໂອກາດ ແນ່ນອນອົງກອນນັ້ນກໍຈະມີສີສັນຫຼາຍຂຶ້ນຢ່າງແນ່ນອນ.

ສໍາລັບຄວາມສຳເລັດອີກກ້າວໜຶ່ງຂອງ ມິນນີ້ເອງຄືການໄດ້ເປັນ Miss Queen Laos 2022 ແລະ ໄດ້ມີໂອກາດເປັນຕົວແທນປະເທດລາວໄປປະກວດຕໍ່ເວທີສາກົນ Miss International Queen 2022 ທີ່ຕ່າງປະເທດ ( ປີນີ້ຈັດຢູ່ໄທ ).

ກ່ອນຈະເຂົ້າຮ່ວມການປະກວດ ນີ້ເອງໄດ້ກຽມການຕອບຄຳຖາມ, ຮຽນຮູ້ບົດຮຽນອ້ອມຂ້າງ, ສຶກສາວັດທະນະທໍາໃຫ້ຫຼາຍຂຶ້ນ ແລະ ຍັງໄດ້ມີການກຽມຊຸດລາຕີ, ກຽມຊຸດເຮັດກິດຈະກຳ, ຊຸດປະຈຳຊາດ ແລະ ອຸປະກອນສະແດງຄວາມສາມາດພິເສດຕ່າງໆນໍາ. ພ້ອມທັງການຖ່າຍຮູບພາບ, ວິດີໂອ VTR ເພື່ອໂປໂໝດໃນໂຊຊ່ຽວມີເດຍ.

ການປະກວດເທື່ອນີ້ ມິນນີ້ເອງຄາດຫວັງຢາກເປັນຕົວແທນເພດທີສາມຈາກປະເທດລາວ ທີ່ມີຄວາມສາມາດໄປເຜີຍແຜ່ວັດທະນະທຳສະແດງ ຄວາມສາມາດ ເພື່ອໃຫ້ໂລກຮູ້ວ່າ ສາວປະເພດສອງຂອງລາວ ກໍບໍ່ໄດ້ດ້ອຍໄປກວ່າຊົນຊາດອື່ນ ແລະ ຄວາມຄາດຫວັງສູງສຸດຂອງນີ້ແມ່ນການຄວ້າມົງກຸດໃຫຍ່ໃນເວທີ Miss international Queen 2022.

ຖ້າໄດ້ຮັບໂອກາດເປັນ Miss international Queen 2022 ນ້ອງຢາກຊ່ວຍເຫຼືອເດັກນ້ອຍຜູ້ທີ່ດ້ອຍໂອກາດທຸກຄົນໃຫ້ມີໂອກາດເທົ່າທຽມກັນ ເຊິ່ງທີ່ຜ່ານມາກໍໄດ້ມີໂອກາດຊ່ວຍເຫຼືອເປັນທຶນເດີມຢູ່ແລ້ວ ແລະ ກໍຈະຊ່ວຍເຫຼືອສັງຄົມຕະຫຼອດໄປ.

ທ້າຍນີ້ ຂໍສຽງ ແລະ ກຳລັງໃຈໃຫ້ມິນນີ້ ໄປສູ່ເວທີສາກົນຊ່ວຍໂຫວດຊ່ວຍເຊີຍແນ່ເດີ້ ຊ່ອງທາງການຕິດຕາມ Minie Minradar Engmany.

[ຮູບ: Minie Minradar Engmany ]