ເພາະຄວາມຮັກທີ່ແມ່ມີໃຫ້ ຫາທີ່ສິ້ນສຸດບໍ່ໄດ້ ລູກນໍ້າທິດາລັດ ອວຍພອນວັນແມ່ຍິງ

197

ເປັນຄວາມໜ້າຮັກຂອງສາວງາມທັງຮ່າງກາຍ ແລະ ຈິດໃຈເລີຍ ທີ່ໄດ້ສົ່ງສານອວຍພອນວັນແມ່ຍິງສາກົນ ຄົບຮອບ 112 ປີ ແລະ ໃນປີນີ້ເປັນອີກປີໜຶ່ງທີ່ແສນພິເສດ ທີ່ທີມຂ່າວບັນເທີງໄດ້ມີໂອກາດສໍາພາດສາວງາມໃຈບຸນ, ມັກຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ ຢ່າງສາວຄົນນີ້ ລູກນ້ຳ ທິດາລັດ ວົງສິລິ ດາລາ, ນັກສະແດງ, ນາງແບບ ແລະ ທັງເປັນນາງງາມເຈົ້າຂອງຕໍາແໜ່ງເວທີ Miss Laos 2011 ເຊິ່ງມີຜົນງານມາໃຫ້ແຟນໆໄດ້ຊົມກັນແລ້ວຢ່າງຫຼາກຫຼາຍໜ້າທີ່, ຫຼາກຫຼາຍບົດບາດ ເປັນອີກໜຶ່ງຄົນທີ່ໜ້າຍົກຍ້ອງ ທັງງາມ, ທັງເກັ່ງ, ພຽບພ້ອມທັງຮ່າງກາຍ ແລະ ຈິດໃຈສໍາລັບສາວຄົນນີ້.

ໂດຍເນື່ອງໃນໂອກາດວັນແມ່ຍິງນີ້ ລູກນໍ້າ ກໍໄດ້ສົ່ງກໍາລັງໃຈ ໂດຍການສົ່ງຄໍາອວຍພອນໃຫ້ແກ່ແມ່ຍິງຜູ້ທີ່ເປັນແມ່ ແລະ ແມ່ຍິງລາວທຸກຄົນ ໂດຍໄດ້ເວົ້າວ່າ: ສິ່ງທີ່ຢາກຂອບໃຈທີ່ສຸດຄືແມ່ຍິງຜູ້ທີ່ເຂັ້ມແຂງ ທີ່ຮັກເຮົາມາຕະຫຼອດ ໂດຍບໍ່ມີຂໍ້ແມ້ຫຍັງ ກໍຄືແມ່ຂອງເຮົາເອງເປັນຂອງຂວັນທີ່ຍິ່ງໃຫຍ່ໃຫ້ນ້ຳ ແລະ ຢາກອວຍ ພອນເຖິງແມ່ຍິງທຸກຄົນ ຈົ່ງມີ ຄວາມສຸກ ໄດ້ພົບພໍ້ແຕ່ສິ່ງດີໆ ເຊື່ອວ່າຫຼາຍໆຄົນກຳລັງຕໍ່ສູ້ກັບຫຼາຍໆສິ່ງ, ຫຼາຍໆຢ່າງ ແຕ່ນ້ຳເຊື່ອເຖິງທີ່ສຸດວ່າ ແມ່ຍິງທັງຫຼາຍມີພະລັງແລະ ມີຄວາມເຂັ້ມແຂງໃນຕົວຂອງຕົວເອງ ແລະ ຂໍໃຫ້ທຸກຄົນໄປຫຼິ້ນດ້ວຍຄວາມລະມັດລະວັງ ບໍ່ປະໝາດຕໍ່ສິ່ງໃດກໍຕາມ.

ສໍາລັບໃນທັດສະນະສ່ວນຕົວຂອງນໍ້າເອງ ການເປັນແມ່ຍິງທີ່ດີ ແລະ ມີຄຸນຄ່າ ທຳອິດເລີຍຕ້ອງຮັກຕົວເອງ, ໃສ່ໃຈຕົວເອງ, ເບິ່ງແຍງຕົນເອງ ແລະ ຢ່າລືມຄົນທີ່ເບິ່ງແຍງເຮົາ ຮູ້ບຸນຄຸນຕໍ່ຄົນທີ່ມີບຸນຄຸນຕໍ່ເຮົາໃຫ້ເຖິງທີ່ສຸດ.

ສ່ວນຄຳວ່າແມ່ ເວົ້າມານໍ້າຕາກໍຈະໄຫຼແລ້ວ ເປັນຄຳທີ່ບໍ່ມີທີ່ສິ້ນສຸດ ຕອບແທນແບບໃດກໍບໍ່ມີມື້ໝົດກັບຄຳນີ້ ເພາະຄວາມຮັກທີ່ແມ່ມີໃຫ້ແມ່ນຫາທີ່ສິ້ນສຸດບໍ່ໄດ້ ແລະ ນໍ້າເຊື່ອວ່າບໍ່ມີຄວາມຮັກຄວາມຫ່ວງໃຍຈາກໃຜທີ່ຈະມີໃຫ້ເຮົາໄດ້ຫຼາຍເທົ່ານີ້ອີກແລ້ວ.

ສຸດທ້າຍນີ້ ນໍ້າກໍຂໍຝາກຜົນງານທັງໝົດຂອງນ້ຳ ບໍ່ວ່າຈະເປັນລະຄອນໄທ, ຮູບເງົາ ລາວ – ໄທ ແລະ ຮູບເງົາທີ່ຈະອອນແອໃນໄວໆນີ້ ກັບຮູບເງົາ ຮ່ວມ ລາວ – ໄທ ຕິດຕາມຊ່ອງທາງເພຈນ້ຳໄດ້ ຜ່ານ Louknum Thidalat Vongsili.

[ຮູບ: Louknum Thidalat Vongsili]