ກົມກວດກາ-ກວດການ ກະຊວງ ປກສ ໄດ້ເລື່ອນຊັ້ນໃຫ້ຜູ້ຄົບເງື່ອນໄຂຂຶ້ນເປັນຮ້ອຍເອກ

348

ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ແມ່ນຕ້ອງເປັນຜູ້ທີ່ເຄື່ອນໄຫວວຽກງານພົ້ນເດັ່ນ ແລະ ຄົບມາດຖານ ເຊິ່ງໃນນັ້ນ ກົມກວດກາ-ກວດການ ກະຊວງປ້ອງກັນຄວາມສະຫງົບ ກໍ່ໄດ້ປະກາດເລື່ອນຊັ້ນໃຫ້ພະນັກງານ -ນັກຮົບຜູ້ທີ່ຄົບມາດຖານເງື່ອນໄຂໃຫ້ແກ່ 2 ທ່ານເມື່ອອາທິດຜ່ານມານີ້ ໂດຍການເປັນປະທານ ແລະ ປະດັບຊັ້ນໂດຍ ພັອ ບຸນລຽນ ສະອາດສີ ຮອງຫົວໜ້າກົມກວດກາ-ກວດການ, ມີບັນດາຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ສີໃສ ທຳມະສິດ ຮອງຫົວໜ້າພະແນກການເມືອງ ກົມກວດກາ-ກວດການ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດກົມກວດກາ-ກວດການ. ໃນນີ້, ໄດ້ປະກາດເລື່ອນ ຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ ຈຳນວນ 2 ສະຫາຍ. ທັງນີ້, ກໍເພື່ອເປັນການປະຕິ ບັດນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍ ແລະ ພົນຕໍາຫຼວດຜູ້ທີ່ປະສົບຜົນ ສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ.

ໂອກາດນີ້, ພັອ ບຸນລຽນ ສະອາດສີ ຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງເອົາໃຈໃສ່ປະຕິບັດລະບຽບວິໄນຂອງກຳລັງຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່-ທີ່ໄດ້ຮັບການມອບໝາຍ, ຮໍ່າຮຽນເອົາຄວາມຮູ້ດ້ານຕ່າງໆ ເພື່ອໝູນໃຊ້ເຂົ້າໃນໜ້າທີ່ວຽກງານໃຫ້ມີປະສິດທິຜົນສູງ.

ຈາກ: ຄວາມສະຫງົບ