ໝາກມອນ ບໍາລຸງສະໝອງ ເພີ່ມຄວາມຈື່ຈໍາດີ

297

ຫຼາຍຄົນຄົງຈະຮູ້ຈັກໝາກມອນ ແລະ ເຄີຍກິນມາແລ້ວ ມັນຈະມີລົດຊາດສົ້ມຫວານ ແຕ່ຖ້າສຸດເຕັມທີ່ກໍຈະຫວານໆ ມີປະລິມານວິຕາມິນບີ 6, ວິຕາມິນບີ 1 ສູງຫຼາຍ ທັງເປັນສານ ໄຊຍານິນ ແລະ ແອນຕີ້ ອອກຊີເດັນສູງ.
ທີ່ໜ້າສົນໃຈໄປກວ່ານັ້ນ ຍັງພົບປະລິມານສານແອນໂທໄຊຍານິນໃນໝາກມອນສູງກວ່າໝາກໄມ້ຕ່າງປະເທດຢ່າງເຊີລີ ປະມານ 10 ເທົ່າ ແລະ ສູງກວ່າ ແບກເບີລີປະມານ 2 ເທົ່າ


ສານດັ່ງກ່າວມີລິດຊ່ວຍປົກປ້ອງເຊວປະສາດຂອງຜູ້ປ່ວຍພະວະສະໝອງຂາດເລືອດໄດ້ ຫຼຸດໂອກາດສ່ຽງອາການເນື້ອສະໝອງຂາດເລືອດໄດ້ ຫຼຸດໂອກາດສ່ຽງອາການເນື້ອຂາດສະໝອງ ແລະ ການຕາຍຂອງເຊວປະສາດໂຕນິເນີຈິກ (Cholinergic Neuron) ຢຸດຟຣີແຮດິດັສ ເຊິ່ງເປັນເປັນຕົວທໍາຮ້າຍສະໝອງ ສ່ວນ ຮິບໂປແຄມປັສ (Hippocampus) ໄດ້


ນອກຈາກນີ້ ຍັງຊ່ວຍກະຕຸ້ນການຮຽນຮູ້ ແລະ ເພີ່ມຄວາມຈໍາໄດ້ທັງໃນຜູ້ທີ່ມີສຸຂະພາບ ແຂງແຮງ ຜູ້ທີ່ມີສະະພາວະສະໝອງເຊື່ອມຈາກການຕິດເອວກໍຮໍຊໍ້າເຮື້ອ ແລະ ຜູ້ປ່ວຍຫຼອດເລືອດສະໝອງໄດ້ອີກດ້ວຍ


ປະລິມານທີ່ແນະນໍາຄືກິນມື້ລະ 2-1 ຖ້ວຍຕວງ ປັດຈຸບັນນິຍົມນໍາໝາກມອນມາແປຮູບ ແລະ ນໍາໝາກມອນມາເຮັດເປັນນໍ້າສະກັດເຂັ້ມຂຸ້ນເຊິ່ງຕ້ອງເຕີມນໍ້າຕານ ແລະ ຜ່ານຄວາມຮ້ອນ ອາດເຮັດໃຫ້ຄຸນຄ່າທາງອາຫານຫຼຸດລົງ ຫາກເປັນໄປໄດ້ ຫຼື ບ້ານເຮືອນໃດທີ່ປູກ ໃຫ້ກິນສົດໆເລີຍຈະເປັນການດີກວ່າ


ຈາກ: นิตยสารชีวจิต
ພາບຈາກ: Goolgle