ເບນເຊມາ ສ້າງສະຖິຕິເຮັດແຮັດທຣິກອາຍຸຫຼາຍທີ່ສຸດໃນ ຢູຟາ ແຊັມປ້ຽນລີກ

98

ຄາຣິມ ເບນເຊມາ ກອງໜ້າຂອງ ຣີລ ມາດຣິດ ກາຍເປັນນັກເຕະອາຍຸຫຼາຍທີ່ສຸດທີ່ສາມາດເຮັດແຮັດທຣິກ (​ ຍິງ 3 ປະຕູໃນນັດດຽວ ) ໄດ້ໃນການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ຫຼັງຈາກທີ່ພາ ຣີລ ມາດຣິດ ພິກເຂ່ຍ ປາຣີສ ແຊງແຊກແມງ ຕົວເຕັງແຊັມຕົກຮອບໄປ.

ການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ຮອບ 16 ທີມສຸດທ້າຍ ເມື່ອວັນທີ 9 ມີນາ 2022 ຣີລ ມາດຣິດ ສະໂມສອນຈາກແອັດສະປາຍ ລົງສະໜາມນັດທີ 2 ສາມາດເປີດບ້ານພິກເອົາຊະນະ ປາຣີສ ແຊງແຊກແມງ ສະໂມສອນຈາກຝຣັ່ງ 3-1 ເຊິ່ງ 3 ປະຕູໄດ້ຈາກ ເບນເຊມາ ນາທີໆ 61, 76 ແລະ 78 ຫຼັງຈາກທີ່ຖືກ ປາຣີສ ຂຶ້ນນໍາກ່ອນ 1-0.

ນອກນັ້ນ, 3 ປະຕູດັ່ງກ່າວຍັງເຮັດໃຫ້ ເບນເຊມາ ສ້າງສະຖິຕິເປັນກອງໜ້າອາຍຸຫຼາຍທີ່ສຸດທີ່ສາມາດເຮັດແຮັດທຣິກ ໃນຢູຟາ ແຊັມປ້ຽນລີກ ດ້ວຍອາຍຸ 34 ປີກັບ 80 ວັນເຊິ່ງທໍາລາຍສະຖິຕິຂອງ ໂອລິວິເຢ ຊິຣູ ທີ່ເຄີຍເຮັດໄດ້ໃນຕອນອາຍຸ 34 ປີກັບ 63 ວັນຕອນຫຼິ້ນໃຫ້ກັບ ເຊລຊີ ໃນນັດທີ່ບຸກເອົາຊະນະ ເຊບີຢາ 4-0 ໃນຮອບແບ່ງກຸຸ່ມເມື່ອວັນທີ 2 ທັນວາ 2020 ພ້ອມ ເບນເຊມາ ຍັງເພີ່ມສະຖິຕິີຍິງໃຫ້ກັບ ຣີລ ມາດຣິດ ໄປ 67 ປະຕູໃນລາຍການນີ້.

ສໍາລັບ ຣີລ ມາດຣິດ ແມ່ນສາມາດພິກສະຖານະການເຂົ້າຮອບ 8 ທີມຂອງການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ລະດູການ 2021-2022 ໄດ້ສໍາເລັດ ຫຼັງຈາກນັດທໍາອິດບຸກໄປເສຍໃຫ້ກັບ ປາຣີສ 0-1 ແລະ ນັດຫຼ້າສຸດພິກເອົາຊະນະ 3-1 ເຮັດໃຫ້ ຜົນລວມ 2 ນັດ ຣີລ ມາດຣິດ ເອົາຊະນະ 3-2 ເຊິ່ງປັດຈຸບັນຮອບ 8 ທີມໄດ້ມາແລ້ວ 4 ທີມທີ່ຜ່ານເຂົ້າຮອບຄື: ລິເວີພູລ, ແມນເຊັສເຕີ ຊິຕີ້, ບາເຢິນ ມິວນິກ ແລະ ຣີລ ມາດຣິດ.