ອູແກຣນ ໂຈະສົ່ງອອກສິນຄ້າກະສິກຳຫຼາຍຊະນິດ

56

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 7 ມີນາ 2022 ວ່າ ຄະນະລັດບານຂອງອູແກຣນ ມີມະຕິເມື່ອວັນທີ 6 ມີນາຜ່ານມາວ່າ ຈະໂຈະການສົ່ງອອກສິນຄ້າກະສິກຳຫຼາຍຊະນິດ ເປັນຕົ້ນແມ່ນປະເພດເຂົ້າ, ນ້ຳຕານ, ຊີ້ນສັດ ແລະ ສິນຄ້າກະສິກຳອື່ນໆອີກຫຼາຍຊະນິດ.

ແຕ່ຖ້າຫາກວ່າ ຜູ້ປະກອບການຄົນໃດຕ້ອງການສົ່ງອອກໄຂ່ ແລະ ຜະລິດຕະພັນສັດປີກ ຕ້ອງໄດ້ຂໍອະນຸຍາດຈາກໜ່ວຍງານທີ່ກ່ຽວຂ້ອງຂອງລັດເສຍກ່ອນ. ແນວໃດກໍຕາມ ການລົດໄຟຂອງອູແກຣນຢືນຢັນວ່າ ຫາກເປັນກໍລະນີສຸກເສີນ ຍັງສາມາດສົ່ງອອກສິນຄ້າກະສິກຳໄປຍັງໂປໂລຍ, ຮົງກາຣີ, ຣູມານີ ແລ້ວປະສານຂໍການຮ່ວມມືຈາກປະເທດເຫຼົ່ານີ້ ເພື່ອສົ່ງສິນຄ້າກະສິກຳ ໄປຍັງປາຍທາງໃນປະເທດອື່ນໆຂອງເອີຣົບໄດ້.