ຈີນ ຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ ໃຫ້ທົ່ວໂລກ ຫຼາຍກວ່າ 2,1 ຕື້ໂດສ

32

ສຳນັກຂ່າວຊິນຮວາ ລາຍງານວ່າ ທ່ານ ກົວເວີຍໝິນ ໂຄສົກກອງປະຊຸມ ຄັ້ງທີ 5 ຂອງຄະນະກຳມະການແຫ່ງຊາດ ຊຸດທີ 13 ຂອງສະພາປະຊາຊົນຈີນ ທີ່ປຶກສາທາງການເມືອງຂອງຈີນ (CPPCC) ເປີດເຜີຍວ່າ: ຈີນ ໄດ້ສົ່ງມອບວັກຊີນປ້ອງກັນໂຄວິດ-19 ໃຫ້ປະເທດຕ່າງໆ ແລະ ອົງການຈັດຕັ້ງສາກົນ ຫຼາຍກວ່າ 120 ແຫ່ງ ລວມມີ 2,1 ຕື້ໂດສ.

ນອກຈາກນີ້ ຈີນ ຍັງໄດ້ສົ່ງຄະນະຜູ້ຊ່ຽວຊານທາງດ້ານການແພດ 37 ທີມ ໄປຍັງ 34 ປະເທດ ເພື່ອຊ່ວຍເຫຼືອປະເທດເຫຼົ່ານັ້ນ ຮັບມືກັບການລະບາດຂອງພະຍາດໂຄວິດ-19 ພ້ອມທັງມອບອຸປະກອນປ້ອງກັນໂຄວິດ ເຊັ່ນ: ຜ້າອັດປາກ-ດັງ, ຊຸດປ້ອງກັນ, ເຄື່ອງຊ່ວຍຫາຍໃຈ, ອຸປະກອນກວດຫາເຊື້ອ ແລະ ອື່ນໆ.