ປະທານສະພາ ພ້ອມຄະນະ ຢ້ຽມຢາມດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ

268

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເມື່ອວັນທີ 4 ມີນາ 2022 ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຊິດສະຕິກ ພາກຈຳກັດ, ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນ ບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ, ທ່ານ ສີລາ ວຽງແກ້ວ ຮອງປະທານກຳມະການບໍລິຫານການຄ້າ ແລະ ລະບຽບການບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ, ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການທ່າບົກທ່ານາແລ້ງ ພ້ອມດ້ວຍຄະນະ, ພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 1 person

ໃນໂອກາດການຢ້ຽມຢາມຄັ້ງນີ້ ທ່ານປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ກໍໄດ້ຮັບຟັງກ່ຽວກັບ ຄວາມເປັນມາຂອງໂຄງການພັດທະນາດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເຊິ່ງເປັນໜຶ່ງໃນໂຄງການພັດທະນາ Laos Logistics Link (LLL) ທີ່ລວມມີ 4 ໂຄງການໃຫຍ່ຄື: 1) ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ, 2) ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ, 3) ເສັ້ນທາງລົດໄຟ ລາວ-ຫວຽດນາມ ແລະ 4) ໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ 2000 MV ທີ່ແຂວງຄຳມ່ວນ ເຊິ່ງໂຄງການພັດທະນາ ທ່າບົກທ່ານາແລ້ງ ສ້າງຂຶ້ນເພື່ອຜັນຂະຫຍາຍນະໂຍບາຍຂອງລັດຖະບານແຫ່ງ ສປປ ລາວ ໃນການຫັນປ່ຽນ ສປປ ລາວ ໃຫ້ເປັນສູນກາງແຫ່ງການເຊື່ອມໂຍງເຊື່ອມຈອດ, ຫັນຈາກ Land Lock ສູ່ປະເທດ Land Link ເຊື່ອມໂຍງອະນຸພາກພື້ນ ແລະ ສາກົນ ໂດຍຈຸດທີ່ຕັ້ງຍຸດທະສາດ ຈະເຮັດໜ້າທີ່ເປັນສູນກາງຂອງການຂະຫຍາຍການຄ້າລະຫວ່າງ ອາຊຽນ-ສປ ຈີນ ແລະ ຈີນ-ເອີຣົບ.

May be an image of 6 people and people standing

ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໄດ້ເຊັນສັນຍາສຳປະທານຈາກລັດຖະບານໃນເດືອນກໍລະກົດ 2020 ໂດຍໄດ້ເວນຄືນທີ່ດິນໃນເຂດສຳປະທານ ແລະ ລົງມືກໍ່ສ້າງໃນເດືອນທັນວາ 2020, ດຳເນີນການກໍ່ສ້າງ 11 ເດືອນ, ມາໃນຕົ້ນເດືອນທັນວາ 2021 ກໍເປີດໃຫ້ບໍລິການ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ຢ່າງເປັນທາງການ ເຊິ່ງເປີດພ້ອມທາງລົດໄຟ ລາວ-ຈີນ ເພື່ອເປັນການສ້າງຂະບວນການໃຫ້ຟົດຟື້ນຕ້ອນຮັບການເຊື່ອມໂຍງເປີດນຳໃຊ້ເສັ້ນທາງລົດໄຟດັ່ງກ່າວ ແລະ ມາຮອດປັດຈຸບັນ ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ກໍເປີດບໍລິການທົດລອງລະບົບມາໄດ້ 4 ເດືອນແລ້ວ ເຊິ່ງຕະຫຼອດໄລຍະ 100 ກວ່າວັນຜ່ານມາ ກໍໄດ້ມີການທອດຖອນບົດຮຽນຫຼາຍຢ່າງ ແລະ ໄດ້ມີຜົນສຳເລັດເປັນຢ່າງດີ.

May be an image of 5 people, people standing and indoor

ທ່ານ ຈັນທອນ ສິດທິໄຊ ກ່າວຕື່ມອີກວ່າ: ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຖືເປັນຈຸດເຊື່ອມໂຍງທີ່ສຳຄັນ ເພາະຜ່ານມາ ສປປ ລາວເຮົາ ເປັນພຽງທາງຜ່ານທາງດ້ານເສດຖະກິດ ບໍ່ແມ່ນເປັນຈຸດເຊື່ອມໂຍງທາງດ້ານເສດຖະກິດ ແລະ ຕໍ່ໜ້າ ໂລຊິດສະຕິກ ຈະເປັນຫົວໃຈຂັບເຄື່ອນເສດຖະກິດຂອງຊາດ, ເພາະຈາກການສຶກສາ ແຕ່ນີ້ໄປ 5 ປີ ຈະມີຕູ້ຄອນເທນເນີສິນຄ້າຜ່ານປະເທດລາວ 5 ລ້ານຕູ້ ແລະ ມັນຈະສ້າງລາຍຮັບໃຫ້ລັດຖະບານທາງກົງ ກໍຄືຈາກການເກັບຄ່າຜ່ານແດນ, ຄ່າບໍລິການຕ່າງໆ. ສະນັ້ນ, ໄດ້ສະເໜີຕໍ່ລັດຖະບານວ່າ ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່ຕ້ອງຍົກວາລະໂລຊິດສະຕິກ ເປັນວາລະສຳຄັນໜຶ່ງໃນການຂັບເຄື່ອນເສດຖະກິດຂອງຊາດ.

May be an image of 2 people and road

ທ່ານ ສາຄອນ ພິລາງາມ ກ່າວວ່າ: ທ່າບົກທ່ານາແລ້ງຂອງພວກເຮົາ ແມ່ນເປັນດ່ານຊາຍແດນສາກົນ ໃນການຂົນສົ່ງສິນຄ້າຂ້າມແດນ ແລະ ເປັນທ່າບົກປະເພດໜຶ່ງທີ່ມີບໍລິການຄົບຊຸດ ໂດຍມີການອອກແບບ, ຈັດສັນພື້ນທີ່ໃຫ້ບໍລິການເປັນສັດສ່ວນຄືກັບລະບົບທ່າເຮືອສາກົນ, ມີລະບົບອໍານວຍ ຄວາມສະດວກ, ທາງດ້ານຂໍ້ມູນ – ຂ່າວສານ, ເຊື່ອມຕໍ່ກັບບັນດາຜູ້ປະກອບການຂົນສົ່ງ, ຕູ້ສິນຄ້າ ແລະ ພາກສ່ວນອໍານວຍຄວາມສະດວກອື່ນໆຢູ່ສິນຄ້າດ່ານສາກົນ.

May be an image of 9 people and people standing

ການອໍານວຍຄວາມສະດວກດ້ານການຂົນສົ່ງມີຄວາມວ່ອງໄວເປັນໄປຕາມຂັ້ນຕອນຂອງສາກົນ ໂດຍສະເພາະການແຈ້ງຂໍ້ມູນຂົນສົ່ງລ່ວງໜ້າກ່ອນ 24 ຊົ່ວໂມງ, ການປ້ອນຂໍ້ມູນບໍລິຫານຄວາມສ່ຽງໃນການຂ້າມແດນໃຫ້ພາກສ່ວນດ່ານ ຈະເຮັດໃຫ້ພາຫະນະຂົນສົ່ງຕ່າງປະເທດສາມາດປະຢັດເວລາ ແລະ ຫຼຸດຜ່ອນຄວາມແອອັດໃຫ້ແກ່ການສົ່ງມອບສິນຄ້າຢູ່ທ່າບົກທ່ານາແລ້ງ ໂດຍການຫຼຸດຂັ້ນຕອນຂ້າມດ່ານທີ່ບໍ່ຈໍາເປັນໃຫ້ເຫຼືອສະເພາະມາດຕະການຄວບຄຸມຄວາມປອດໄພຊາຍແດນ ເຊິ່ງຈະສ້າງ ຄວາມເຊື່ອໝັ້ນໃຫ້ແກ່ຜູ້ປະກອບການຂົນສົ່ງທາງບົກ ແລະ ທາງລົດໄຟ ທີ່ຈະໄດ້ມີໂຄງລ່າງພື້ນຖານທາງດ້ານຄົມມະນາຄົມທີ່ທັນສະໄໝ, ມີ ຄວາມສາມາດໃຫ້ບໍລິການໃນປະລິມານສູງ ແລະ ເຊື່ອມຈອດບັນດາເສັ້ນທາງເຊື່ອມຕໍ່ການຂົນສົ່ງທາງບົກ ສາຍເອເຊຍເລກທີ 12 (AH12) ກໍຄືເສັ້ນທາງລົດໄຟລາວ – ຈີນ ແລະ ລົດໄຟລາວ-ໄທ.

May be an image of 1 person, street, sky and road
ໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ແມ່ນເປັນໂຄງການບູລິມະສິດຂອງຍຸດທະສາດການພັດທະນາໂລຊິດສະຕິກແຫ່ງຊາດ, ເປັນຈຸດເຊື່ອມຕໍ່ດ້ານໂລຈິສຕິກທີ່ສຳຄັນ ໃນອະນຸພາກພື້ນແມ່ນໍ້າຂອງ ແລະ ອາຊີ, ເປັນຈຸດຮວບຮວມສິນຄ້າຂອງບັນດາປະເທດອາຊຽນ ເພື່ອສົ່ງໄປສູ່ຕະຫຼາດຂອງ ສປ ຈີນ ແລະ ປະເທດຕ່າງໆ, ເຮັດໃຫ້ສາມາດເຂົ້າເຖິງການຂົນສົ່ງທາງທະເລ, ໄລຍະທາງທີ່ສັ້ນ ແລະ ຫຼຸດຜ່ອນຕົ້ນທຶນ. ຂ້າພະເຈົ້າຕາງໜ້າໃຫ້ສະພາແຫ່ງຊາດ ຂໍຍ້ອງຍໍຊົມເຊີຍຕໍ່ຄວາມບຸກບືນຫ້າວຫັນ, ຄວາມພະຍາຍາມເອົາໃຈໃສ່ຂອງ ປະທານບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ ພ້ອມຄະນະຜູ້ບໍລິຫານ ເຮັດໃຫ້ໂຄງການໄດ້ຮັບການພັດທະນາ ແລະ ເປັນໃບໜ້າໃໝ່ຂອງປະເທດເຮົາ ແລະ ສະພາແຫ່ງຊາດ ພ້ອມໃຫ້ການສະໜັບສະໜູນ ໂຄງການຢ່າງເຕັມທີ່ ໂດຍສະເພາະການປັບປຸງນິິຕິກຳ ແລະ ກົດໝາຍ ເພື່ອໃຫ້ສອດຄ່ອງກັບການພັດທະນາຂອງໂຄງການ. ໃນຕອນທ້າຍ, ທ່ານປະທານສະພາແຫ່ງຊາດ ພ້ອມຄະນະ ຍັງໄດ້ຢ້ຽມຢາມເບິ່ງຫ້ອງການປະຕິບັດງານຂອງ ທ່າບົກທ່ານາແລ້ງ, ຫ້ອງການພາ ສີ, ລານຕູ້ສິນຄ້າ CY ແລະ ສາງຄ່ຽນຖ່າຍສິນຄ້າ, ປະຕູໂຂງ ແລະ ຈຸດເຊື່ອມຕໍ່ຈາກຂົວມິດຕະພາບ ລາວ-ໄທ1 ຫາ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ.