ຄົນຮັກສຸຂະພາບຕ້ອງຮູ້ໄວ້ ສາລະພັດປະໂຫຍດຈາກ “ດອກອັນຊັນ”

204

ແນະນໍາອີກໜຶ່ງດອກໄມ້ ທີ່ມີຄຸນປະໂຫຍດຫຼາກຫຼາຍເລີຍ ຄື ດອກອັນຊັນ ທີ່ແຕ່ລະສ່ວນຂອງເຄືອອັນຊັນລ້ວນແລ້ວແຕ່ມີຄຸນປະໂຫຍດ ເຊັ່ນ ຮາກເຄືອອັນຊັນສາມາດນຳມາປຸງເປັນຢາຂັບຖ່າຍ ແລະ ຢາລະບາຍໄດ້ດີ, ແກ້ອາການເຈັບແຂ້ວ ແລະ ເຮັດໃຫ້ແຂ້ວແຂງແຮງ ໂດຍການເອົາຮາກຂອງຕົ້ນອັນຊັນມາຖູທີ່ແຂ້ວ, ຊ່ວຍເພີ່ມປະສິດທິພາບໃນການເບີ່ງເຫັນໄດ້ດີຂື້ນ ໂດຍການເອົາຮາກຂອງຕົ້ນດອກອັນຊັນໄປຝົນໄສ່ກັບນໍ້າບໍລິສຸດ ກອງໃຫ້ສະອາດ ແລ້ວເອົາມາຢອດຕາ;


ຄຸນປະໂຫຍດຂອງໃບເຄືອອັນຊັນ ຊ່ວຍເປັນຢາຂັບຖ່າຍໃຫ້ສະດວກດີ, ຊ່ວຍບຳລຸງສາຍຕາ ແລະ ແກ້ອາການຕາປຽກໄດ້;
ຄຸນປະໂຫຍດຂອງດອກເຄືອອັນຊັນ ຊ່ວຍເສີມສ້າງພູມຕ້ານທານໃຫ້ຮ່າງກາຍ ແລະ ເພີ່ມພະລັງເຮັດໃຫ້ຮ່າງກາຍມີຄວາມແຂງແຮງຂື້ນ, ສານຕ້ານອະນຸມູນອິດສະຫຼະໃນດອກອັນຊັນ ສາມາດຊ່ວຍໃນການສະລໍຄວາມແກ່ ແລະ ລີ້ວຮອຍຕາມໄບໜ້າຜີວໜັງ,


ຊ່ວຍບຳລຸງສະໝອງ, ຊ່ວຍລົດຄວາມສ່ຽງຂອງການເກີດໂລກຫົວໃຈ ແລະ ພາວະຫຼອດເລືອດຫົວໃຈຕີບ, ຊ່ວຍລົດຄວາມສ່ຽງການເກີດໂລກມະເຮັງ, ຊ່ວຍລົດລະດັບນໍ້າຕານໃນເລືອດໃນຜູ່ປ່ວຍທີ່ເປັນໂລກເບົາຫວານ,
ຊ່ວຍຂັບລ້າງສານພິດ ແລະ ຂັບຂອງເສັຍອອກຈາກຮ່າງກາຍ, ຊ່ວຍແກ້ອາການເປັນບວມຂອງຮ່າງກາຍ, ຊ່ວຍປ້ອງກັນ ແລະ ບັນເທົາອາການມືນຊາຕາມນີ້ວມືນີ້ວຕີນ, ຊ່ວຍບຳລຸງຮາກເສັ້ນຜົມ ແລະ ເຮັດໃຫ້ເສັ້ນຜົມດົກມັນເງົາງາມ;
ວິທີການປຸງນໍ້າດື່ມສະໝຸນໄພດອກອັນຊັນ:


1 ວີທີການງ່າຍໆ ແມ່ນເອົາດອກອັນຊັນສົດ ຫຼື ດອກແຫ້ງມາໄສ່ນໍ້າຮ້ອນດື່ມຕາມສະບາຍສະຕາຍຂອງໄຜມັນ,
2 ສ່ວນປະກອບການປຸງແຕ່ງນໍ້າດອກອັນຊັນເປັນກິດຈະລັກສະນະລວມມີ: ດອກອັນຊັນໜືາງກຳມື, ຕົ້ນເຕີຍຫອມໜື່ງຕົ້ນນ້ອຍ, ນໍ້າເຜີ້ງສົດທຳມະຊາດໜື່ງບ່ວງແກວ, ເກືອຢິບໜື່ງ, ນໍ້າຕານພໍປະມານ ແລະ ໝາກນາວໜື່ງໜ່ວຍ,


3 ນຳດອກອັນຊັນ ແລະ ເຕີຍຫອມມາຕົ້ມພ້ອມກັນໃນນໍ້າຈົນຟົດເດືອດປະມານ 15 ນາທີ ແລ້ວປົງລົງ, ຕອງເອົາພຽງແຕ່ນໍ້າ ແລ້ວໄສ່ສ່ວນປະກອບຕ່າງໆທີ່ກ່າວມາຕາມຂ້າງເທີງຕາມລົດຊາດທີ່ຕົນມັກ ແລ້ວສາມາດເປັນເຄື່ອງດື່ມເຢັນໆດ້ວຍນໍ້າກ້ອນໄດ້ທັນທີໄດ້ທຸກສະພາບການທຸກງານ.

ຂໍ້ມູນຈາກຈາກ: Sourioudong Sundara
ພາບ: Google