ມາໃໝ່ຮູ້ໄວ້ເດີ້ທຸກຄົນ ຄ່າລົດໂດຍສານປັບໃໝ່ຫຼ້າສຸດ ລາຄາຕາມນີ້

963

ອີກເລື່ອງໜຶ່ງທີ່ຫຼາຍຄົນໃຫ້ຄວາມສົນໃຈ ຫຼັງລາຄານໍ້າມັນປັບຂຶ້ນຢ່າງຕໍ່ເນື່ອງ ນັກເດີນທາງ ຫຼື ແມ່ຄ້າຊາວຂາຍທີ່ໄປໆມາໆດ້ວຍລົດໂດຍສານ ຄົງຕິດຕາມການປ່ຽນແປງຂອງລາຄານໍ້າມັນ ກໍຄືຄ່າໂດຍສານ ຫຼ້າສຸດກໍໄດ້ມີຂໍ້ມູນອອກມາແລ້ວ ສໍາລັບລາຄາລົດໂດຍສານປັບໃໝ່ຫຼ້າສຸດ ສະເພາະຄິວລົດສາຍໃຕ້


ອີງຕາມໜັງສືຂອງຫົວຫນ້າກົມຂົນສົ່ງ ສະບັບເລກທີ4946 /ຍທຂ.ກຂສ. ລົງວັນທີ 28/02/2022, ອີງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກະຊວງໂຍທາທິການເເລະຂົນສົ່ງ ສະບັບເລກທີ 5311/ຍທຂ ລົງວັນທີ 03/03/2022, ອີງຕາມເເຈ້ງການຂອງຫົວຫນ້າຫ້ອງການ ກະຊວງ ໂຍທາທິການ ເເລະ ຂົນສົ່ງ ສະບັບເລກທີ 05467/ຍທຂ.ນວ ລົງວັນທີ 04/03/2022


ອີງຕາມການປັບໂຕຂື້ນຢ່າງລຽນຕິດຂອງລາຄານໍ້າມັນພາຍໃນປະເທດ ທາງຄິວລົດຂອງພວກເຮົາຈະໄດ້ເລີ້ມປະຕິບັດ ລາຄາຄ່າໂດຍສານທີ່ໄດ້ປັບປຸງໃໝ່ ນັບເເຕ່ວັນທີ 05/03/2022 ເປັນຕົ້ນໄປ ລາຍລະອຽດລາຄາຄ່າໂດຍສານຕາມເອກະສານເລີຍສ່ວນຄ່າລົດໂດຍສານສາຍອື່ນໆ ແມ່ນຖ້າຕິດຕາມນໍາກັນວ່າຈະມີການປັບປ່ຽນຫຼືບໍ່