ຣັດເຊຍ ເລັ່ງກໍ່ສ້າງ ສູນອາວະກາດແຫ່ງຊາດ

95

ສຳນັກຂ່າວຂອງຣັດເຊຍລາຍງານເມື່ອບໍ່ດົນມານີ້ວ່າ ທ່ານ ວະລາດີເມຍ ປູຕິນ (Vladimir Putin) ປະທານາ ທິບໍດີ ຣັດເຊຍ ໄດ້ລົງຕິດຕາມຄວາມຄືບໜ້າ ຂອງໂຄງການກໍ່ສ້າງສູນອາວະກາດ ແຫ່ງຊາດ (NCC) ຊຶ່ງເປັນ ການບູລະນະ ຄັ້ງສຳຄັນ ໃນພື້ນທີ່ຂອງສູນຄົ້ນຄວ້າແຫ່ງລັດ ແລະ ການຜະລິດດ້ານອາວະກາດ ແຫ່ງຊາດ “Krunichev”.

ໂຄງການ ດັ່ງກ່າວ ບໍ່ພຽງແຕ່ເພື່ອການພັດທະນາ ດ້ານອາວະກາດ ຂອງຣັດເຊຍເທົ່ານັ້ນ, ແຕ່ທຸກພາກສ່ວນຂອງຣັດເຊຍ ຈະໄດ້ຮັບຜົນປະໂຫຍດ ຈາກໂຄງການນີ້ ໂດຍຈະມີ ການຈ້າງງານ ຫຼາຍກວ່າ 50.000 ຕຳແໜ່ງ. ສຳນັກງານໃຫຍ່ ແຫ່ງໃໝ່ ຂອງອົງການອາວະກາດຣັດເຊຍ (Ros Cosmos) ເຊິ່ງເປັນ ອົງການໃຫຍ່ ຂອງ ສູນຄົ້ນຄວ້າ ຄຣູນີເຊຟ (Krunichev) ແລະ ເຂດເສດຖະກິດ ມົດສະກູ ເຕັກໂນໂພລີສ (Moscow Technopolis) ຈະຕັ້ງຢູ່ ສູນອາວະກາດແຫ່ງນີ້ ເຊັ່ນກັນ.