ຮ້ອງເພງກໍໄດ້ ດົນຕີກໍດີ ຕ້ອງໜຸ່ມຄົນນີ້ ຈິ່ນ ວົງທອງຄຳ ກັບການອັບເດດຜົນງານໃໝ່

53

ອີກໜຶ່ງໜຸ່ມທີ່ມື້ນີ້ ທີມຂ່າວບັນເທີງຢາກມາອັບເດດຜົນງານໃຫ້ໄດ້ຮູ້ກັນ ກໍຄືໜຸ່ມຄົນນີ້ ທີ່ເປັນທັງນັກຮ້ອງ ແລະ ນັກດົນຕີ ເຊິ່ງຜ່ານມາກໍໄດ້ມີຜົນງານ ໃນການປະດັບວົງການບັນເທີງ, ວົງການເພງມາແລ້ວຢ່າງຫຼາກຫຼາຍ ແລະ ໜຸ່ມທີ່ກໍາລັງເວົ້າເຖິງຢູ່ນີ້ ກໍເປັນອີກໜຶ່ງໜຸ່ມ ໃນສະມາຊິກວົງ B-Hero ທີ່ໄດ້ນຳສະເໜີມາກ່ອນໜ້ານີ້ນັ້ນເອງ.

ໃນມື້ນີ້ທີມຂ່າວບັນເທີງກໍໄດ້ມີໂອກາດ ສໍາພາດໜຸ່ມຫຼໍ່ສຽງດີ ດົນຕີໄດ້ກໍຄື ໜຸ່ມ ພະວົງຄຳ ວົງທອງຄຳ  ຫຼື ເບີ້ນ ອີກຊື່ໜຶ່ງແມ່ນ ຈິ່ນ ປັດຈຸບັນນີ້ແມ່ນເປັນນັກດົນຕຣີ ອິດສະລະ ໂດຍໜຸ່ມຈິ່ນບອກວ່າ ໃນຕອນນັ້ນທີ່ວົງ  B-Hero ກໍາລັງໄດ້ຮັບຄວາມນິຍົມ ໂດຍສະເພາະທີ່ທຸກຄົນຮູ້ຈັກກັນດີກໍແມ່ນເພງ “ບ້ານນອກ” ແມ່ນຮັບໜ້າທີ່ເປັນນັກຮ້ອງ ໜຶ່ງໃນສະມາຊິກ. ນອກຈາກນັ້ນກໍມີວົງດົນຕີ ເລັກເກ້ ເຊິ່ງປັດຈຸບັນນີ້ ກໍໄດ້ຜັນໂຕ ຕາມຄວາມມັກຮັກ ແລະ ຄວາມສາມາດທີ່ຕົນເອງມີ ຈຶ່ງໄດ້ປະກອບອາຊີບ ເປັນນັກດົນຕີ ຕາມຮ້ານອາຫານ ກາງຄືນ ເຊິ່ງກໍເປັນຄວາມສຸກອີກຢ່າງໜຶ່ງ ເພາະໄດ້ເຮັດໃນສິ່ງທີ່ຕົນເອງມັກຮັກ ມາໂດຍສະເໝີ.

ສໍາລັບ ຈິ່ນເອງ ກິດຈະກໍາຍາມວ່າງມັກເຮັດ ກໍຈະແມ່ນຄືໆກັບຄົນທົ່ວໄປເລີຍເຊັ່ນ: ການຫຼິ້ນເກມ, ອ່ານປື້ມກາຕູນ, ຫຼີ້ນດົນຕີນອກຈາກນັ້ນກໍແມ່ນແຊັດກັບໝູ່ 555

ສ່ວນຮູບແບບ ຫຼື ສະໄຕສການແຕ່ງຕົວ ແມ່ນມັກການແຕ່ງໂຕ ແບບ hipster ແລະ ຖ້າຖາມເຖິງ ສະເປັກສາວໆ ໃນຄວາມຄິດທີ່ມັກແມ່ນຈະມັກຜູ້ຍິງຈ່ອຍ, ສູງ ແລະ ຂາວ ຖ້າຫາກເຫັນຜູ້ຍິ່ງທີ່ມີຄຸນນະສົມບັດຕາມທີ່ເວົ້າມາແມ່ນເຮັດໃຫ້ໃຈລະລາຍເລີຍ.

ສຸດທ້າຍນີ້ກໍຂໍຝາກຜົນງານ ໃຫ້ຊ່ວຍຕິດຕາມກັນແດ່ເດີ້ ເພາະຕອນນີ້ ຈິ່ນເອງ ກໍກໍາລັງມີຜົນງານ ກັບວົງລາວສະຕາຟາ ໃນຜົນງານເພງທີ່ມີຊື່ວ່າ “ bigboss comming” ເຊິ່ງຜົນງານເພງນີ້ຈິ່ນກໍໄດ້ຮ່ວມຮ້ອງນໍາ ແລະ ຄາດວ່າຈະໃຫ້ໄດ້ຊົມກັນປະມານເດືອນ ເມສາ ຫຼື ພຶດສະພາ ນີ້ຢ່າງແນ່ນອນ ກໍຂໍຝາກໄວ້ດ້ວຍ.

ທຸກສາມາດເຂົ້າໄປສ່ອງ ໄປຕິດຕາມຜົນງານຂອງໜຸ່ມຄົນນີ້ໄດ້ເລີຍ ຜ່ານທາງ ເຟສບຸກສ່ວນຕົວ Layxer Jin.

[ຮູບ: Layxer Jin]