ຍິນດີນໍາ ແຮ່ນນ້າ ໄດ້ຮັບລາງວັນ Music awards 2021 ທີ່ປະເທດເພື່ອນບ້ານ

84

ຍິນດີນໍາ ແຮ່ນນ້າ ໂລຊັ້ນບູ້ມ ໄດ້ຮັບລາງວັນ Music awards 2021 ທີ່ປະເທດເພື່ອນບ້ານ ກໍຄືແຮ່ນນ້າ ແລະ ສາວໆວົງ 4EVE ພາເພງ ວັດປະລະ? (TEST ME) ຄວ້າລາງວັນ The Best Music of the Year ໄປຄອງສົມຄວາມຕັ້ງໃຈ

.

ບອກເລີຍວ່າສາວຄົນນີ້ທັງງາມ ທັງເກັ່ງ ແລະ ກ້າສະແດງອອກ ແຮ່ນນ້າ ໂລຊັ້ນບູ້ມ ຮອງອັນດັບ 2 Miss Teen Laos 2019, ທີ່ເປັນສາວລາວຄົນໜຶ່ງທີ່ໄດ້ເປັນໜຶ່ງໃນກຸ່ມສິນລະປິນຍິງຂອງໄທ ຢ່າງ 4EVE

.


ແລະຫຼ້າສຸດ ນອກຈາກຈະໄດ້ຮັລລາງວັນ Music awards 2021 ແຮ່ນນ້າ ກໍໄດ້ມີຜົນງານເພງໃໝ່ ມາໃຫ້ແຟນໆໄດ້ຕິດຕາມກັນ ເປັນການຮ້ອງເພງຮ່ວມກັບສິນລະປິນໄທ James Anthony ຊື່ວ່າເພງ “ຕະຫຼອດໄປ”

.

ເຊິ່ງວ່າເພງນີ້ແຮ່ນນ້າ ກໍໄດ້ຮ້ອງ ແລະ ສະແດງເອັມວີເອງນໍາພ້ອມ ຈະມ່ວນ ແລະ ເປັນແນວໃດ ສາມາດເຂົ້າໄປຊົມທີ່ ຢູທູບ James Anthony
ແລະ ສາມາດຕິດຕາມຜົນງານແຮ່ນນ້າໄດ້ ທີ່ Hannah Rosenbloom

.


ຈາກ: Hannah Rosenbloom