ຄອນສະຫວັນ ນັກເຕະລາວທີ່ຜ່ານການຄັດເລືອກໄປຫຼິ້ນໃຫ້ກັບທີມໃນອິຕາລີ ຫຼ້າສຸດໄດ້ຕົ້ນສັງກັດໃໝ່ແລ້ວ

155

ຄອນສະຫວັນ ແກ້ວໜູຈັນ ນັກເຕະຊາວລາວ ອະນາຄົດໄປອາຍຸ 17 ປີຈາກສະໂມສອນ ຈັນທະບູລີ ແລະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ຜ່ານການຄັດເລືອກຈາກສະຖາບັນກີລາບານເຕະ ອີຕາລີ (ສະໂມສອນ ໂຣມ ຊີຕີ້ ເອັສຊີ ຫຼື Rome City SC) ເພື່ອໄປຝຶກຊ້ອມເຕະບານລະດັບອາຊີບ ຢູ່ອີຕາລີ ເປັນເວລາ 4 ປີ ຄຽງຄູ່ກັບການຮຽນຕໍ່ລະດັບປະລິນຍາຕີ ແລະ ປະລິນຍາໂທ ດ້ານກີລາບານເຕະ ຫຼ້າສຸດແມ່ນໄດ້ຕົ້ນສັງກັດໃໝ່ແລ້ວ.

ກ່ອນໜ້ານີ້ ຄອນສະຫວັນ ຈະໄດ້ໄປຝຶກຊ້ອມບານເຕະກັບອາຊີບກັບ ສະໂມສອນ ໂຣມ ຊີຕີ້ ເອັສຊີ ໃນປະເທດອິຕາລີ ເຊິ່ງຕາມແຜນແມ່ນຈະເດີນທາງໃນເດືອນມັງກອນປີ 2022 ແຕ່ເນື່ອງຈາກວ່າອາຍຸຍັງບໍ່ທັນຄົບຮອບ 18 ປີ ຈຶ່ງໄດ້ເລື່ອນການເດີນທາງອອກໄປໃນຕົ້ນເດືອນສິງຫາປີ 2022. ຢ່າງໃດກໍຕາມ ຫຼ້າສຸດຕອນເຊົ້າວັນທີ 1 ມີນາ 2022 ທາງເພຈ໌ບຸກທາງການຂອງ ຊ້າງນ້ອຍ ເອັຟຊີ ໄດ້ປະກາດຄວ້າຕົວ ຄອນສະຫວັນ ມາຮ່ວມທີມຢ່າງເປັນທາງການ ເພື່ອກຽມລຸຍ ເປບຊີ ລາວລີກ 1 ທີ່ຄາດວ່າຈະເປີດສາກຂຶ້ນໃນເດືອນມີນາ 2022.

ຄອນສະຫວັນ ແກ້ວໜູຈັນ ເປີດເຜີຍວ່າ: ເສັ້ນທາງຂອງການເປັນນັກກີລາບານເຕະອາຊີບຂອງນ້ອງໃນອະນາຄົດແມ່ນຈະໄດ້ໄປຝຶກຊ້ອມ ແລະ ຮຽນຕໍ່ຢູ່ປະເທດອີຕາລີ ແລະ ນຳເອົາຄວາມຮູ້ຄວາມສາມາດ ລວມທັງປະສົບການຝຶກຊ້ອມ ແລະ ແຂ່ງຂັນ ຢູ່ປະເທດອີຕາລີ ໃນ 4 ປີຂ້າງໜ້າ ເພື່ອກັບຄືນມາ ປະກອບສ່ວນພັດທະນາກີລາບານເຕະລາວຂອງພວກເຮົາ ໃຫ້ນັບມື້ນັບເຂັ້ມແຂງ ແລະ ດີຂື້ນໃນ ຢ່າງໃດກໍຕາມ, ກ່ອນໜ້ານີ້ນ້ອງຫຼິ້ນໃຫ້ກັບ ເອັຟຊີ ຈັນທະບູລີ ໃນລະດູການ 2021 ແຕ່ປີນີ້ແມ່ນບໍ່ສົ່ງທີມເຂົ້າຮ່ວມ ແລະ ນ້ອງກໍຍັງບໍ່ທັນໄດ້ຕັດສິນໃຈວ່າຈະຫຼິ້ນໃຫ້ກັບທີມໃດ ຈົນປັດຈຸບັນນ້ອງໄດ້ເລືອກຫຼິ້ນໃຫ້ກັບ ຊ້າງນ້ອຍ ເອັຟຊີ ລຸຍ ເປບຊີ ລາວລີກ 1 ແລະ ຈົນເຖິງເດືອນສິງຫາປີນີ້ແມ່ນກຽມໄປ ອິຕາລີ ຕໍ່.

ສໍາລັບ ຄອນສະຫວັນ (ແຈັກກີ້) ເຄີຍໄປຝຶກຊ້ອມຢູ່ສູນຝຶກກີລາບານເຕະ ຢູ່ປະເທດຝຣັ່ງ ແຕ່ປີ 2018 ຫາປີ 2020 ໂດຍສັງກັດ ທີມ U15 ແລະ U16 (ເບິ່ງລາຍລະອຽດນັບແຕ່ມື້ເລີ່ມຫຼິ້ນບານເຕະຈົນເຖິງວັນໄປຫຼິ້ນໃຫ້ກັບສະໂມສອນໃນປະເທດຝຣັ່ງ ແລະ ກຽມໄປອິຕາລີ ຕໍ່ ໄດ້ທີ່ຄລິບລຸ່ມນີ້ )

ຂ່າວ: ຫຼ້າ MKP; ຮູບ: ຊ້າງນ້ອຍ ເອັຟຊີ