ສາວໆຫ້າມພາດ! “ກີວີ” ສຸດຍອດໝາກໄມ້ບໍາລຸງຜິວພັນ, ຊ່ວຍຫຼຸດຄວາມອ້ວນ

43

ກີວີ ເປັນໝາກໄມ້ທີ່ຂຶ້ນເຊື່ອໃນເລື່ອງການຫຼຸດຄວາມອ້ວນ ເພາະໃນໝາກມີໄພເບີ້ເປັນຈຳນວນຫຼວງຫຼາຍ ທີ່ເຮັດໃຫ້ອິ່ມໄວ ແລະ ດົນ, ນອກຈາກນີ້ ຍັງມີປະໂຫຍດຢ່າງຫຼວງຫຼາຍ ທີ່ຫຼາຍຄົນອາດບໍ່ທັນຮູ້ ເພາະມັນຍັງສາມາດຊ່ວຍຫຼຸດ ຫຼື ຮັກສາພະຍາດໄດ້ນຳອີກ
ກີວີ ມີສັບພະຄຸນໃນການເສີມສ້າງພູມຄຸມກັນໃຫ້ກັບຮ່າງກາຍ,

ຊ່ວຍຕ້ານອະນຸມູນອິດສະຫຼະໄດ້ສູງ ແລະ ສາມາດຫຼຸດຈຸດດ່າງດຳໄດ້; ຊ່ວຍປ້ອງກັນການເສື່ອມສະພາບຂອງເຊວໃນຮ່າງກາຍ, ຊ່ວຍການໄຫຼວຽນຂອງເລືອດໄດ້ດີ, ປ້ອງກັນໄຂມັນອຸດຕັນໃນເສັ້ນເລືອດ ແລະ ປ້ອງກັນໂຣກສະໝອງເສື່ອມ


ນອກນີ້, ມີວິຕາມິນຊີໃນ ກີວີ ຍັງຊ່ວຍເສີມສ້າງຄໍລາເຈນ ເຮັດໃຫ້ໂຄງສ້າງຜິວມີຄວາມແຂງແຮງ ບຳລຸງຜິວພັນໃຫ້ສົດໃສ, ເປັ່ງປັງ ແລະ ຊ່ວຍຫຼຸດນໍ້າໜັກໄດ້ດີ ເພາະເຮັດໃຫ້ອີ່ມໄວ ແລະດົນ; ຊ່ວຍໃຫ້ນອນຫຼັບງ່າຍ ແລະ ສະບາຍໂຕ ແລະ ປ້ອງກັນການຫຼຸດຄວາມສ່ຽງຈາກພະຍາດຫົວໃຈໄດ້ນຳອີກ.


ຫາກຮັບປະທານກີວີ ຢ່າງຕໍ່ເນື່ອງ ຈະຊ່ວຍໃຫ້ກະດູກ ແລະ ແຂ້ວແຂງແຮງ, ຕໍ່ຕ້ານເຊື້ອແບັກເຕີເຣຍ ແລະ ເຊື້ອໄວຣັດ, ບັນເທົາການອັກເສບຕ່າງໆໃນຮ່າງກາຍ ແລະ ຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ຢ່່າງມີປະສິດທິພາບ, ປ້ອງກັນການແໜ້ນທ້ອງ ເຮັດໃຫ້ຂັບຖ່າຍໄດ້ສະດວກ.


ຂໍ້ມູນຈາກ: sanook.com
ຮຽບຮຽງ: ເມລີ
ພາບ: Google