ກາຍ ປັນຍາວົງ ເກສອນສີ ຜູ້ສ້າງສັນຜົນງານເພງປະດັບວົງການເພງລາວມາແລ້ວນັບບໍ່ຖ້ວນ

106

ຍັງຢູ່ກັບໜຸ່ມໆວົງ B-Hero ເຊິ່ງເປັນວົງທີ່ໂດ່ງດັງດ້ວຍຫຼາກຫຼາຍບົດເພງ ແລະ ຕອນນີ້ສະມາຊິກໃນວົງກໍໄດ້ຜັນໂຕ ໄປເຮັດໜ້າທີ່ຕາມທີ່ຕົນເອງຖະໜັດ.

ມື້ນີ້ທີມຂ່າວບັນເທີງຈະພາໄປສ່ອງຜົນງານ ແລະ ການເຄື່ອນໄຫວຫຼ້າສຸດວ່າຈະມີຫຍັງໃຫ້ເຮົາໄດ້ຕິດຕາມ ເຊິ່ງມື້ນີ້ ໜຸ່ມ ກາຍ ຫຼື  ປັນຍາວົງ ເກສອນສີ ສະມາຊິກອີກໜຶ່ງຄົນຂອງ B-Hero ກໍໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ປັດຈຸບັນນີ້ ແມ່ນເປັນ Producer ຮັບຜະລິດເພງຕາມສັ່ງ, ເຮັດໂຄສະນາ Social Media, ໃຫ້ຄຳປຶກສາ ເລື່ອງເຄື່ອງສຽງ ແລະ ຮັບຜະລິດແບຣນຄວາມງາມຕ່າງໆດ້ວຍ.

ໜຸ່ມກາຍໄດ້ເລົ່າເຖິງຜົນງານທີ່ຜ່ານມາວ່າ: ເລີ່ມແຕ່ປີ 2003-2005 ເປັນນັກຮ້ອງວົງ ດາວກະຈາຍ ສັງກັດ ລາວ    ອາສ ມີເດຍ , 2006-2008 ອອກມາສານຕໍ່ຄັດສະມາຊິກເພື່ອສ້າງທີມໃໝ່ນັ້ນຄືວົງ B-Hero ມີເພງ “ບ້ານນອກ” ທີ່ເປັນເພງດັງໃນອະດີດ, ຍັງຮັກຢູ່, ເຫດຜົນຄົນນອກໃຈ, ລະຄອນນ້ຳເໜົ່າ, ຄົນໂສດ ແລະ ອື່ນໆອີກ.

ຕໍ່ມາ ໃນປີ 2009-2015 ເຮັດຄ້າຍເພງ Master7 ມີເພງ Tell me why, ຢາກເກີດເປັນຄົນຫຼາຍໃຈ ແລະ ອີກຫຼາຍເພງຂອງນັກຮ້ອງໃນຄ້າຍປະມານ 20 ກວ່າບົດເພງເລີຍ.

ໃນປະຈຸບັນເປັນ Producer ແລະ ມີເພງຮ່ວມກັບຫຼາຍສິລະປິນເຊັ່ນ: ເພງ ບ້ານນາຍັງຄອຍ Ft ກັບ ຫຼິງ ເອວໂຊນ+ຈານແຕັ້ນ ລາວລ້ານຊ້າງ Ft ກັບ ຕູ່ ຮີໂຣ້ ເພງ ເຈັບແທ້, ຕິດໃຈ, ຫຼົງຮັກຄົນມີເຈົ້າຂອງ ເຊິ່ງເປັນແນວເພງເນື້ອຫາແບບໃດນັ້ນກໍຂໍຝາກທຸກຄົນເຂົ້າໄປຟັງ ເພື່ອເປັນກຳລັງໃຈໃຫ້ສິລະປິນລາວດ້ວຍ.

ສໍາລັບຜົນງານຂອງກາຍເອງ ສ່ວນໃຫຍ່ແມ່ນຂຽນ ແລະ ປະສານດົນຕີເອງທັງໝົດ, ທັງຂຽນໃຫ້ຄ້າຍອື່ນຄື BN Entertainment ເຊັ່ນ: ຂາດເຈົ້າບໍ່ໄດ້, ເຊົາຫຼາຍໃຈໄດ້ບໍ່, ໄປກັນບໍ່ໄດ້ຫຼືບໍ່ຢາກໄປ, ຢ້ານເຈົ້າຖິ້ມກັນໄປ ແລະ Play Boy ນັ້ນເອງ. ນອກຈາກນັ້ນຍັງແຕ່ງໃຫ້ກັບຕູ່-Hero ເພງ ເປັນໂສດ,ຍອມ,ແມ່,ຕາຍທັງເປັນ,ຮັກຄາວໆ,ຮັກຕາບອດ. . .

ຍາມວ່າງມັກອອກໄປຫາໄອເດຍຂຽນເພງຕາມສະຖານທີ່ຕ່າງໆເຊັ່ນ ແຫຼ່ງທ່ອງທ່ຽວທຳມະຊາດ, ສວນອາຫານ, ຣີສອດ. . . ສ່ວນການແຕ່ງຕົວກໍແຕ່ງງ່າຍໆບ້ານໆມັກໃສ່ໂສ້ງຂາດໆກັບເສື້ອແຂນກິ້ນ,ເສື້ອຮາວາຍ,ໃສ່ໝວກ(ຄ້ານຈັດຊົງ555) ສໍາລັບ ສະເປັກຂອງສາວໆ ແມ່ນສາວໃດມັກຄ້າຂາຍ ແລະ ມີຄວາມເມດຕາລະເອົາໃຈໄປເລີຍ.

ສຸດທ້າຍກໍຂໍຝາກຜົນງານແດ່ເດີ້ ຝາກຕິດຕາມYoutube ຊ່ອງ ລູກສາວຫຼ້າ-ເພງ ລູກສາວຫຼ້າ,ບ້ານນາຍັງຄອຍ ແລະ FB Page Master Sound ຈະມີຜົນງານດີໆອອກມາໃຫ້ໄດ້ຊົມຢ່າງແນ່ນອນເລີຍ.

[ຮູບ: ປັນຍາວົງ ເກສອນສີ]