ເມືອງຫາດ ຢູໄນເຕັດ ເລັ່ງປັບປຸງຮູບເກມໃຫ້ອອກມາດີທີ່ສຸດ ເພື່ອຫວັງຕິດ 1 ໃນ 4 ລາວລີກ 2 ປີນີ້

65

ເມືອງຫາດ ຢູໄນເຕັດ ສືບຕໍ່ຝຶກຊ້ອມ ແລະ ຄັດເລືອກນັກເຕະ ພ້ອມທັງປັບປຸງຮູບເກມອອກມາໃຫ້ດີທີ່ສຸດ ກ່ອນເຂົ້າຮ່ວມການແຂ່ງຂັນບານເຕະ ລາວລີກ 2 ລະດູການ 2022 ທີ່ນະຄອນຫຼວງວຽງຈັນ ທີ່ຄາດວ່າຈະຈັດຂຶ້ນໃນກາງເດືອນມີນານີ້ ພ້ອມທັງຕັ້ງເປົ້າໝາຍຕິດ 1 ໃນ 4 ໃຫ້ໄດ້.

ທ່ານ ໄກສອນ ໄຊຍະວົງ ຫົວໜ້າຄູຝຶກຂອງ ເມືອງຫາດ ຢູໄນເຕັດ ໃຫ້ສໍາພາດກັບທີມງານພວກເຮົາຫຼັງຈາກທີ່ພາທີມອຸ່ນເຄື່ອງເອົາຊະນະ ວຽງຈັນ ເອັຟທີ 3-1 ເມື່ອວັນທີ 23 ກຸມພາ 2022 ວ່າ: (ເບິ່ງຄລິບລຸ່ມນີ້)

ສໍາລັບ ເມືອງຫາດ ຢູໄນເຕັດ ເປັນທີມທີ່ໜ້າຕິດຕາມໃນປີນີ້ ຫຼັງຈາກທີ່ແຈ້ງເກີດໃນການແຂ່ງຂັນບານເຕະ ລາວລີກ 2 ປະຈໍາປິີ 2020 ສ້າງຜົນງານຢ່າງໂດດເດັ່ນຄວ້າອັນດັບ 3 ແລະ ຄວ້າຮອງແຊັມການແຂ່ງຂັນບານເຕະຊີງຂັນ ສຕລ ຄອມມານໂດ 2020 ພິເສດຍັງເຄີຍເອົາຊະນະ ລາວໂຕໂຢຕ້າ ເອັຟຊີ ( ເອັຟຊີ ຈັນທະບູລີ ຊື່ໃນປັດຈຸບັນ ) 2-0 ໃນການແຂ່ງຂັນໃນລາຍການ ສຕລ ຄອມມານໂດ 2020 ອີກດ້ວຍ.